ໄຂງານຕະຫຼາດນັດວາງສະແດງໝູ່ບ້ານອາຊີບຢູ່ເຫວ໋

ໄຂງານຕະຫຼາດນັດວາງສະແດງໝູ່ບ້ານອາຊີບຢູ່ເຫວ໋ - ảnh 1
ງານ​ຕະຫຼາດນັດ​ວາ​ງສະ​ແດງໝູ່​ບ້ານ​ອາຊີບ​ຫວຽດນາມ ປີ 2013
(ພາບ: hue.vnn.vn)


(vovworld) - ງານ​ຕະຫຼາດນັດ​ວາ​ງສະ​ແດງໝູ່​ບ້ານ​ອາຊີບ​ຫວຽດນາມ ປີ 2013 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າວັນ​ທີ 26/04, ຢູ່​ນະຄອນ​ເຫວ໋, ​ແຂວງ​ເທື່ອ​ທຽນ​ເຫວ໋. ງານ​ຕະຫຼາດນັດ​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ Festival ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ເຫວ໋ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ “ຈຸດ​ຍອດ​ຢ້ຽມຂອງອາຊີບ​ຫວຽດ”. ດ້ວຍ​ຮ້ານ​ວາງສະ​ແດງ 150 ຮ້ານ​ຂອງ​ບັນດາ​ໝູ່​ບ້ານ​ອາຊີບ ​ແລະ ຮາກ​ຖານ​ຜະລິດ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ມາ​ຈາກ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດເຂົ້າ​ຮ່ວມງານ​ຕະຫຼາດນັດ. ທ່ານ ຫວູວັນ​ຕ໋າມ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​, ຫົວໜ້າ​ຄະນະ​ຊີ້​ນຳ​ງານ​ຕະຫຼາດນັດວາງສະ​ແດງໝູ່​ບ້ານ​ອາຊີບຫວຽດນາມ ປີ 2013, ​ໃຫ້​ຮູ້​ວ່າ.

        “ທິດ​ທາງ​ພັດທະນາ​ຂອງໝູ່​ບ້ານ​ອາຊີບ​ບໍ່​ແມ່ນ​ສະຖານ​ທີ່​ພົບ​ປະ​ແລກ​ປ່ຽນ ​ແລະ ​ເຕົ້າ​ໂຮມ​ບັນດາ​ໝູ່​ບ້ານ​ອາຊີບ, ຫາກ​ພວກ​ເຮົາ​ຕ້ອງ​​ເສີມ​ຂະຫຍາຍ​ບັນດາ​ຜະລິດ​ຕະພັນ​ນີ້ ຕິດ​ພັນ​ກັບ​ການພັ​ດທະ​ນາ​ການທ່ອງທ່ຽວ. ພິ​ເສດ, ພວກ​ເຮົາ​ໄດ້​ຈັດ​ໝູ່​ບ້ານ​ອາຊີບ​ຕິດ​ພັນ​ກັບ Festival, ທັງ​ເຊີດ​ຊູ​ບັນດາ​ໝູ່​ບ້ານ​ອາຊີບ​ທັງ​​ເຮັດ​​ໃຫ້ບັນ​ດາໝູ່​ບ້ານ​ອາຊີບຕິດພັນ​ກັບການທ່ອງທ່ຽວ, ນີ້​ແມ່ນ​ທິດ​ທາງ​ໃໝ່”.

        ງານ​ຕະຫຼາດນັດ​ວາງສະ​ແດງຈະ​ດຳ​ເນີນ​ນັບ​ແຕ່​ວັນ​ທີ 26/04 ຮອດ​ວັນ​ທີ 01/05 ຈະ​ອັດ​ລົງ.

ຂ່າວ/ບົດ​ອື່ນ