ໄຂງານຕະຫຼາດນັດຫວຽດ - ລາວ 2013

ໄຂງານຕະຫຼາດນັດຫວຽດ - ລາວ 2013 - ảnh 1
(ພາບປະກອບ)

(vovworld) - ງານ​ຕະຫຼາດນັດ​ຫວຽດ - ລາວ 2013 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/07, ຢູ່​ນະຄອນຫຼວງ​ວຽງ​ຈັນ. ງານ​ຕະຫຼາດນັດ​ການ​ຄ້າ​ຫວຽດ - ລາວ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 350 ຮ້ານ​ວາງສະ​ແດງຂອງ​ວິ​ສາ​ຫະກິດ 2 ປະ​ເທດ, ງານ​ວາງສະ​ແດງ​ໄດ້​ວາງສະ​ແດງ​ ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ, ຜະລິດ​ຕະພັນ​ປຸ​ງ​ແຕ່ງ, ​ເຄື່ອງ​ດື່ມ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ... ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ, ຫວຽດນາມ ມີ 100 ວິ​ສາ​ຫະກິດ ດ້ວຍຮ້ານ​ວ້າງສະ​ແດງ ​ເກືອບ 130 ຮ້ານທີ່​ມີ​ຄຸນ​ນະພາ​ບສູງ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ. ຄະນະ​ຈັດ​ຕັ້ງ​ໃຫ້​ຂໍ້​ສັງ​ເກ​ດວ່າ, ງານ​ຕະຫຼາດນັດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ບັນດາ​ອົງການ​​ການ​ຄ້າ, ນັກ​ຜະລິດ, ລົງທຶນ​ຂອງ 2 ປະ​ເທດ ພົບ​ປະ​ແລກປ່ຽນ​ບົດຮຽນ, ມອບ​ໂອນ​ເຕັ​ກໂນ​ໂລ​ຊີ, ຮ່ວມສຳພັນ; ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ມີ​ໂອກາດ​ໂຄສະນາ​ເຄື່ອງໝາຍ​ການ​ຄ້າ, ຊອກ​ຮູ້ຕະຫຼາດ ​ແລະ ຄວາມ​ຕ້ອງການ​ຊົມ​ໃຊ້ສິນຄ້າ, ຜ່ານ​ນັ້ນ​ສ້າງ​ເຄືອ​ຄ່າ​ຍ​ແຈກ​ຢ່າ​ຍ ​ແລະ ຈຳໜ່າຍ​ສິນຄ້າ​ໄປ​ຍັງ​ຕະຫຼາດ​ລາວ ​ແລະ ​ເຂດພາກອີສານຂອງໄທ.
ຂ່າວ/ບົດ​ອື່ນ