ໄຂງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”

(VOVWORLD) - ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ໄດ້ເຕົ້າໂຮມສຳນັກພິມຈຳໜ່າຍ, ວິສາຫະກິດຈຳໜ່າຍປື້ມໃນທົ່ວປະເທດຫຼາຍກ່ວາ 30 ແຫ່ງ ດ້ວຍປື້ມຫົວຕ່າງໆທີ່ມ່ວນໆ, ມີສີສັນຂອງທັງລອງ - ຮ່າໂນ້ຍ ໃນບັນດາຂົງເຂດ, ຄື: ປະຫວັດສາດ, ວັດທະນະທຳ, ວັນນະຄະດີສີລະປະ, ເສດຖະກິດ - ສັງຄົມ…
ໄຂງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ” - ảnh 1ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ກ່າວຄຳເຫັນທີ່ພິທີ
(ພາບ:VOV)
 
 

ຕອນຄ່ຳວັນທີ 6 ຕຸລາ, ຄຸ້ມຖະໜົນຍ່າງອ້ອມໜອງ ຮ່ວານກ໋ຽມ, ຮ່າໂນ້ຍ, ໄດ້ໄຂງານບຸນ ປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ດ້ວຍຫົວຂໍ້ວ່າ “ສົ່ງເສີມພູມປັນຍາ - ສ້າງສາອະນາຄົດ”. ເຫດການໂດຍຄະນະກຳມການປະຊາຊົນນະຄອນ ຮ່າໂນ້ຍ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຈັດຂຶ້ນ, ເພື່ອແນໃສ່ສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 10/10/2023).    

        ງານບຸນປື້ມ ຮ່າໂນ້ຍ ຄັ້ງທີ 8 ປີ 2023 ໄດ້ເຕົ້າໂຮມສຳນັກພິມຈຳໜ່າຍ, ວິສາຫະກິດຈຳໜ່າຍປື້ມໃນທົ່ວປະເທດຫຼາຍກ່ວາ 30 ແຫ່ງ ດ້ວຍປື້ມຫົວຕ່າງໆທີ່ມ່ວນໆ, ມີສີສັນຂອງທັງລອງ - ຮ່າໂນ້ຍ ໃນບັນດາຂົງເຂດ, ຄື: ປະຫວັດສາດ, ວັດທະນະທຳ, ວັນນະຄະດີສີລະປະ, ເສດຖະກິດ - ສັງຄົມ… ໃນນັ້ນ, ຍັງມີຮ້ານວາງສະແດງຂອງບັນດາສະຖານທູດ, ຄື: ລາວ, ມຽນມາ, ອີຕາລີ, ເຊິ່ງແນະນຳປື້ມຫົວຕ່າງໆແນະນຳກ່ຽວກັບປະເທດຊາດ, ປະຊາຊົນຂອງແຕ່ລະປະເທດ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່າມິງຫາຍ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ, ເນັ້ນໜັກວ່າ:

        “ນະຄອນ ຮ່າໂນ້ຍ ເຊື່ອໝັ້ນ ແລະ ປາດຖະໜາວ່າ ງານບຸນປື້ມ ຮ່າໂນ້ຍ ຄັ້ງນີ້ຈະຊ່ວຍໃຫ້ປະຊາຊົນຍົກສູງແຫຼ່ງພູມປັນຍາຮັບໃຊ້ຊີວິດການເປັນຢູ່, ຮັບໃຊ້ວຽກງານ, ການຮ່ຳຮຽນ, ຄົ້ນຄ້ວາ, ຊ່ວຍໃຫ້ພວກເຮົາທຸກຄົນເພີ່ມຄວາມຮູ້, ຖອດຖອນບົດຮຽນ ແລະ ທັກສະຂອງຕົນ. ງານບຸນປື້ມກໍ່ປະກອບສ່ວນຫັນມະຕິເລກທີ 09 ຂອງຄະນະພັກນະຄອນ ກ່ຽວກັບການພັດທະນາອຸດສາຫະກຳ ວັດທະນະທຳໃນບໍລິເວນນະຄອນເປັນລະອຽດ, ດ້ວຍເປົ້າໝາຍເສີມຂະຫຍາຍແຫຼ່ງກຳລັງວັດທະນະທຳ, ມະນຸດ, ສ້າງກຳລັງແຮງພາຍໃນຢ່າງສູງສຸດ”.

        ງານບຸນປື້ມໄດ້ຈັດຂຶ້ນແຕ່ວັນທີ 6 – 8 ຕຸລາ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ