ໄຂງານບຸນປຶ້ມ ແລະ ວັດທະນະທຳການ ອ່ານ ປີ 2012

ໄຂງານບຸນປຶ້ມ ແລະ ວັດທະນະທຳການ ອ່ານ ປີ 2012 - ảnh 1

ວັນ​ບຸນ ​ແລະ ວັດທະນະທຳ​ອ່ານ

(ພາບ:tuoitre.vn)

( vovworld ) – ເພື່ອ​ເປັນ​ການ​ຕອບ​ສະໜອງ ວັນ​ປຶ້ມ ​ແລະ ລິ​ຂະ​ສິດ​ໂລກ ຄື ວັນ​ທີ 23/4. ​ໃນ​ວັນ​ທີ່ 21/4, ຢູ່​ທີ່​ສູນ​ເຄື່ອນ​ໄຫວ​ວັດທະນະທຳ-ວິທະຍາສາດ ວິຫານ​ວັນນະກຳ ວັນ​ໝ່ຽວ- ກວກ​ຕື້​ຢາມ, ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ​-ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໄດ້​ຈັດ​ພິທີ​ໄຂ​ງານ​ບຸນ​ປຶ້ມ ​ແລະ ວັດ​ທະນະ​ທຳ​ກາ​ນອ່ານ ປີ 2012ຂື້ນ​ຢ່າງ​ເປັນ​ທາງ​ການ. ​ເນື້ອ​ໃນ​ສານ​ຂອງ​ງານ​ບຸນ​ປີ​ນີ້ແມ່ນ ອ່ານ​ປຶ້ມ​ເພື່ອ​ອະນາ​ຄົດ. ​ແລະ ກໍ​ຢູ່​ທີ່​ພິທີ​​ໄຂ, ບັນດາ​ສຳນັກ​ພິມ​ຈຳໜ່າຍ​​ໄດ້​ມອບ​ປຶ້ມ​ໃຫ້​ແກ່​ໂຄງການ​ຮ່ວມ​​ແຮງ​ຮ່ວມ​ໃຈກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ Ng Thi Thanh Mai, ຫົວໜ້າ​ກົມ​ຫໍສະໝຸດ, ກະຊວງ​ວັດທະນະທຳ​-ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໃຫ້​ຮູ່ວ່າ:

 “​ໂຄງການ​ກໍ​່ສ້າງ​ຊົນນະບົດ​ໃໝ່​ພວມ​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ,​ລັດ​ພວກ​ເຮົາ. ​ໃນ 19 ມາດຖານ​ແຫ່ງ​ການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​ນັ້ນ​ມີ 2 ມາດຖານ​ກ່ຽວຂ້ອ​ງ​ເຖິງ​ວັດທະນະທຳ. ​ໃນ​ນັ້ນ​ປຶ້ມ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ປະຈຸ​ບັນ​ຢູ່​ບັນດາ​ເຂດ, ຕາ​ແສງ​ທີ່​ພວມປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ນັ້ນ​ພວມ​ຕ້ອງການ​ປຶ້ມ​ສໍ ​ແລະ ຢາກ​ໃຫ້​ມີ​ການ​ກໍ​່ສ້າງ​ແລະ​ເຄື່ອນ​ໄຫວ​ຂອງ​ຫໍ​ສະ​ຫມຸດ. ມາ​ຮອດ​ປະຈຸ​ບັນ​ທາງ​ຄະນະ​ຈັດ​ຕ້ັງ ກໍ​ໄດ້​ຮັບ​ການ​ບໍລິຈາກ​ປຶ້ມ ​6 ໝື່ນ​ຫົວ​ຈາກ​ບັນດາ​ສຳນັກ​ພິມ​30 ​ແຫ່ງໃນ​ບໍລິ​ເວນຮ່າ​ໂນ​້ຍ​ແລະ​ຈາກ​ທ່ົວ​ປະ​ເທດ. ”

    ພາຍ​ຫລັງ​ພິທີ​ເປີດ​ງານ ​ແມ່ນ ການ​ເຄື່ອນ​ໄຫວ​ສະ​ແດງ​ອ່ານ​ກອນ, ວັນນະ​ຄະດີ, ​ເສັງສິນລະປະການ​ສັບ​ຊອ້ນປຶ້ມ​​ເສັງ​ແຕ້ມ​ຕາມ​ປຶ້ມ... ທຸກ​ການ​ເຄື່ອ​ນ​ໄຫວ​ໃນ​ງານ​ແມ່ນ​ເພື່ອ​ມຸ້ງ​ໄປ​ສູ່​ການ​ສົ່ງ​ເສີມ​ການ​ອ່ານ, ​ເຊີດຊູ​ວັດທະນະທຳການ​ອ່ານ, ນັກ​ແຕ່ງ, ນັກ​ຂຽນ, ​ແລ​ະ ​​ເປັນ​ການ​ເຊີດ​ຊູ ອາຊີບ​ຫໍສະໝຸດອີກ​ດວ້ຍ.

 

 

ຂ່າວ/ບົດ​ອື່ນ