ໄຂງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບົນດາເຜົ່າເຂດຕາເວັນອອກສຽງເໜືອຄັ້ງທີ 8

ໄຂງານບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບົນດາເຜົ່າເຂດຕາເວັນອອກສຽງເໜືອຄັ້ງທີ 8 - ảnh 1
ງານ​​ບຸນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​
ບັນດາ​ເຜົ່າເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຄັ້ງ​ທີ 8
(ພາບ: tuyenquang.gov.vn)

(vovworld) -     ງານ​​ບຸນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າເຂດ​ຕາ​ເວັນ​ອອກສຽງ​ເໜືອ​ຄັ້ງ​ທີ 8 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄໍ່າ​ວັນ​ທີ 27/9, ຢູ່​ນະຄອນ​ຕວຽນ​ກວາງ, ​ແຂວງ​ຕວຽນ​ກວາງ. ວັນ​ບຸນວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ບັນດາ​ເຜົ່າ​ເຂດ​ຕາ​ເວັນ​ອອກສຽງ​ເໜືອ​ ​ເພື່ອ​ແນ​ໃສ່​ແນະນຳ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ​ເສີມ​ຂະຫຍາຍ​ຄຸນ​ຄ່າມໍລະດົກ​ວັດ​ທະນະ​ທຳ​ບັນດາ​ເຂດ, ພາກ​​​ໃນເຂດ​ຕາ​ເວັນ​ອອກສຽງ​ເໜືອ, ປະ​ກອບ​ສ່ວນ​ພັດທະນາ​ເສດຖະກິດ, ​​ເບິ່ງ​ແຍງ​ດູ​ແລ​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ໃຫ້​​ແກ່​ປະຊາຊົນ, ສຶກສາ​ມູນ​ເຊື້ອ​ຮັກຊາ​ດ, ປັບປຸງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ສາດ​​ຂອງ​ບັນດາເຜົ່າ. ການ​ເຄື່ອນ​ໄຫວວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ໃນ​ວັນ​ບຸນ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປິນ, ນັກສະ​ແດງ, ນັກ​ກິລາ​ຢູ່​ບັນດາ​ທ່ອງ​ຖິ່ນ​ພົບ​ປະ​ແລກປ່ຽນ ຮໍ່າຮຽນ​ເຊິ່ງກັນ ​ແລະ ​ກັນ, ໂຄສະນາ​ຈຸດ​ວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ​​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາ​ມ, ​ເປັນ​ເອກະລັກ​ສະ​ເພາະ​ຂອງ​​ແຕ່ລະ​ຊົນ​ເຜົ່າ; ພ້ອມ​ກັນ​ນັ້ນ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍລະດົກ​ວັດທະນະທຳ​ຂອງ​ເຂດຕາ​ເວັນ​ອອກສຽງ​ເໜືອ ​ໃນ​ພາລະກິດ​​ແຫ່ງ​ການ​ປ່ຽນ​ໃໝ່, ​ເຊື່ອມ​ໂຍ​ງ ​ແລະ ພັດທະນາ. ວັນ​ບຸນ​ຖືກດຳ​ເນີນ​ແຕ່​ວັນ​ທີ 27 – 30/9.

ຂ່າວ/ບົດ​ອື່ນ