ໄຂງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມຄັ້ງທີ 1

(VOVWORLD) -ຕອນຄ່ຳວັນທີ 14 ມັງກອນ, ຢູ່ແຂວງດັ໊ກນົງ, ໄດ້ໄຂງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມ ຄັ້ງທີ 1 ດ້ວຍຫົວຂໍ້ວ່າ “ວັດທະນະທຳແຜ່ນແພພື້ນເມືອງ - ເຕົ້າໂຮມສິ່ງຍອດຍິ່ງ” ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງດັ໊ກນົງ ຈັດຕັ້ງ.

ໄຂງານບຸນວັດທະນະທຳແຜ່ນແພພື້ນເມືອງຫວຽດນາມຄັ້ງທີ 1 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນໄຂງານບຸນ

(ພາບ: TTXVN)

ກ່າວຄຳເຫັນໄຂງານບຸນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍົກອອກບາງທັດສະນະຍຸດທະສາດໃນການອະນຸລັກຮັກສາ, ພັດທະນາວັດທະນະທຳແຜ່ນແພພື້ນເມືອງຢູ່ຫວຽດນາມ.

        “ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຄວນສົມທົບແງ່ມູມວັດທະນະທຳໃນບັນດາຜະລິດຕະພັນແຜ່ນແພພື້ນເມືອງ, ຕິດພັນກັບແຕ່ລະເຂດພາກ, ແຕ່ລະປະຊາຄົມເຂົ້າໃນຍຸດທະສາດພັດທະນາການທ່ອງທ່ຽວ. ຈົ່ງເຮັດໃຫ້ແຜ່ນແພພື້ນເມືອງແຕ່ລະແຜ່ນລ້ວນແຕ່ມີບັນດາເລື່ອງລາວທີ່ເປັນເອກະລັກສະເພາະກ່ຽວກັບປະຫວັດສາດ, ກ່ຽວກັບສີສັນວັດທະນະທຳ, ກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ ແລະ ບັນດາຄຸນຄ່າຄວາມງາມ ທີ່ໄດ້ສ້າງເປັນຄວາມຫຼາຍຮູບຫຼາຍແບບກ່ຽວກັບວັດທະນະທຳ 54 ຊົນເຜົ່າອ້າຍນ້ອງ”.

        ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ລັດຖະບານ ຈະຄົ້ນຄວ້າບັນດາກົນໄກ, ນະໂຍບາຍເພື່ອແນໃສ່ຍົກສູງບັນດາຄຸນຄ່າອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູນເຊື້ອຢ່າງແທດຈິງຂອງແຜ່ນແພພື້ນເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ