ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ2016ຮອບຄັດເລືອກ ເຂດພາກໃຕ້

ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ2016ຮອບຄັດເລືອກ ເຂດພາກໃຕ້ - ảnh 1
ໄຂງານປະກວດກະຈາຍສຽງທົ່ວປະເທດຄັ້ງທີ່ 12ປີ 2016 ຮອບຄັດເລືອກ ເຂດພາກໃຕ້


(vovworld)- ຕອນ​ຄ່ຳ ວັນ​ທີ 22 ມີ​ນາ, ຢູ່​ນະ​ຄອນລອງ​ຊວຽນ , ແຂວງ ອານ​ຢາງ, ໄດ້ຈັດ​ພິ​ທີ​ໄຂງານປະ​ກວດກະ​ຈາຍ​ສຽງ​ທົ່ວ​ປະ​ເທດ​ຮອບ​ຄັດ​ເລືອກ ຄັ້ງ​ທີ 12 ປີ 2016, ເຂດ​ພາກໃຕ້. ມີ 87 ລາຍ​ການກະ​ຈາຍ​ສຽງ, ຂອງ 21 ແຂວງ ແລະ ນະ​ຄອນປະ​ກອບ​ມີ​ລາຍ​ການສາ​ລະ​ຄະ​ດີ, ​​ລາຍ​ການສຳພາດ, ລາຍ​ການ​ກະ​ຈາຍ​ສຽງ​ສັງ​ລວມ, ເລື່ອງ​ລາວ​ໂທ​ລະ​ໂຄ່ງ ແລະ ລາຍ​ການ​ຖ່າຍ​ທອດ​ສົດ​ໄດ້ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ. ທ່ານ ເຈີ່ນ​ມິງ​ຫຸ່ງ, ຮອງຜູ້​ອຳ​ນວຍ​ການ​ໃຫຍ່ ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເນັ້ນ​ໜັກ​ວ່າ ງານປະ​ກວດກະ​ຈາຍ​ສຽງຄັ້ງ​ນີ້ ແມ່ນ​ໂອ​ກາດ​ເພື່ອ​ຍົກ​ຍ້ອງ​ບັນ​ດາ​ນັກ​ຂຽນ​ບົດ, ຜະ​ລິດ​ລາຍ​ການ, ລາຍ​ການ​ກະ​ຈາຍ​ສຽງ​ດີ​ເດັ່ນ ຊຶ່ງ​ໄດ້​ສ່ອງ​ແສງ​ຕົວ​ຈິງ​ການ​ເຄື່ອນ​ໄຫວ​ຂອງ​ປະ​ເທດ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ດ້ວຍ​ບັນ​ດາ​ແບບ​ຢ່າງ​ທີ່​ກ້າວ​ໜ້າ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ