ໄຂງານພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2013

ໄຂງານພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ປີ 2013 - ảnh 1
ບັນດາຜູ້ແທນເຂົ້າຮ່ວມການພົວພັນແລກປ່ຽນ

(vovworld) – ພິທີ​ໄຂ​ງານ​ພົບ​ປະ​ມິດຕະພາບ ຊາວ​ໜຸ່ມ ຫວຽດນາມ - ລາວ ປີ 2013 ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 16/7, ຢູ່​ແຂວງ ຕວຽນ​ກວາງ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ເລຂາ​ຜູ້​ປະຈຳການ​ຄະນະ​ບໍລິຫາ​ນງານ​ສູນ​ກາງ​ຊາວ​ໜູ່ມກ​ອມມູນິດ ​ໂຮ່ຈີມິນ ຟານ​ວັນ​ໝ້າຍ ​ເນັ້ນ​ໜັກ​ວ່າ ການ​ພົບ​ປະ​ມິດ​ຕະພາບ​ຊາວ​ໜຸ່ມ ຫວຽດນາມ - ລາວ ​ໄດ້​ກາຍ​ເປັນ​ວັນ​ບຸນ​ມິດຕະພາບ​ຂອງ​ຊາວ​ໜຸ່ມ 2 ປະ​ເທດ, ສະ​ແດງ​​ໃຫ້​ເຫັນຄວາມ​ຕັດສິນ​ໃຈ​ຂອງ​ລຸ່ນໜຸ່ມ​ໃນ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ. ທ່ານ ຟານ​ວັນ​ໝາຍ ​ເນັ້ນ​ໜັກ​ວ່າ:

“ການ​ພົບ​ປະ​ມິດຕະພາບ​ຊາວ​ໜຸ່​ມ ຫວຽດນາມ - ລາວ ປີ 2013 ​ແມ່ນ​ໂອກາດ​ດີ​ເພື່ອ​ໃຫ້​ຄະນະ​ຊາວ​ໜຸ່ມ ​ແລະ ຊາວ​ໜຸ່ມ 2 ປະ​ເທດ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ, ​​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ, ​ມີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ວາ. ຂ້າພະ​ເຈົ້າ​ປາດ​ຖະໜາ ​ແລະ ​ເຊື່ອມ​ໝັ້ນ​ວ່າ ການ​ພົບ​ປະ​ມິດຕະພາບ​ຊາວໜຸ່ມ ຫວຽດນາມ - ລາວ ປີ 2013 ຈະ​ກາຍ​ເປັນ​ຂົວ​ຕໍ່​ຕິດ​ພັນ, ຮັດ​ແໜ້ນ​ນ້ຳ​ໃຈ​ຄວາມ​ຜູກ​ພັນ​ຢ່າງ​ໜຽວ​ແໜ້ນ​ລະ​ຫວ່າງ​ຊາວ​ໜຸ່ມ 2 ປະ​ເທດ​ເວົ້າ​ສະ​ເພາະ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ລາວ ​ເວົ້າລວມ”

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ຕວຽນ​ກວາງ, ຄະນະ​ຊາວ​ໜຸ່ມ 2 ປະ​ເທດ ຫວຽດນາມ - ລາວ ​ໄດ້​ຢ້ຽມຢາມ​ເຂດ​ທ່ອງ​ທ່ຽວ​ປະຫວັດສາດ, ວັດທະນະທຳ ​ແລະ ຊີວະ​ພາບ ​ເຕີ​ນຈ່າວ, ​ເຂ​ດປູ​ຊະນີ​ຍະສະ​ຖານ​ປະຫວັດສາດ​ພິ​ເສດ​ຂອງ​ການ​ປະຕິວັດ​ລາວ ຢູ່​ຕາ​ແສງ ໝີ​ບັ່ງ, ​ເມືອງ ອຽນ​ເຊີນ, ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້​ແກ່ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ລາວ, ​ເປີດ​ສະຫຼອງ​ສູນ​ຄອມ​ພິວ​ເຕີ ​ເຊື່ອມ​ຕໍ່​ອີນ​ເຕີ​ເນັດ ​ໃຫ້​ແກ່​ຊາວ​ໜຸ່ມ​ຕາ​ແສງ ໝີ​ບັ່ງ.

 

ຂ່າວ/ບົດ​ອື່ນ