ໄຂ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020: ເຊື່ອມ​ຈອດ​ກັນ​ດ້ວຍ​ຄວາມ​​ປະ​ທັບ​ໃຈ

(VOVWORLD) -        ຕອນຄ່ຳວັນທີ 23 ກໍລະກົດ, ງານມະຫາກຳກິລາ Olympic Tokyo 2020 ຖືກໄຂຂຶ້ນຢູ່ສະໜາມກິລາແຫ່ງຊາດ ຢູ່ນະຄອນ ໂຕກຽວ, ປະເທດ ຍີ່ປຸ່ນ. ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນໃນທົ່ວໂລກ, ເຫດການດັ່ງກ່າວຖືກດຳເນີນແບບລຽບງ່າຍ ແຕ່ກໍສົມກຽດ ແລະ ເຕັມໄປດ້ວຍຄວາມປະທັບໃຈ.
ໄຂ​ງານ​ມະ​ຫາ​ກຳ​ກິ​ລາ Olympic Tokyo 2020: ເຊື່ອມ​ຈອດ​ກັນ​ດ້ວຍ​ຄວາມ​​ປະ​ທັບ​ໃຈ - ảnh 1ຄະນະນັກກິລາ ຫວຽດນາມ ເດີນຂະບວນທີ່ພິທີໄຂ (ພາບ: VTV)

ເຖິງວ່າຕ້ອງປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງເຄັ່ງຄັດກໍຕາມ ແຕ່ກໍບໍ່ເຮັດໃຫ້ຄວາມສົມກຽດ ແລະ  ຄວາມຟົດຟື້ນຂອງພິທີດັ່ງກ່າວຖືກຫຼຸດລົງ. ນອກຈາກການຍິງບັ້ງໄຟດອກທີ່ແຈ້ງສະຫວ່າງທົ່ວທ້ອງຟ້າໂຕກຽວ ແລ້ວ,ສະໜາມກິລາ Olympic ກໍຄຶກຄື້ນມ່ວນຊືນດ້ວຍລາຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນຂອງປະເທດປະຈຳຖິ່ນອີກດ້ວຍ. ພາຍຫຼັງການແນະນຳ 33 ປະເພດກິລາທີ່ໄດ້ແຂ່ງຂັນໃນງານມະຫາກຳກິລາ 2020, ຄະນະນັກກິລາ 206 ຄະນະ ໄດ້ເຂົ້າຮ່ວມພິທີເດີນຂະບວນຢູ່ສະໜາມກິລາ. ຄະນະນັກກິລາ ຫວຽດນາມ ມີນັກກິລາທັງໝົດ 18 ຄົນ ໂດຍເຂົ້າຮ່ວມການແຂ່ງຂັນໃນ 11 ປະເພດກິລາ ດ້ວຍຄວາມຕັດສິນໃຈສູງ ເພື່ອຍາດໄດ້ຜົນງານທີ່ດີທີ່ສຸດ.

        ຕາມຫົວຂໍ້ຂອງງານມະຫາກຳກິລາ ແມ່ນເຊື່ອມຈອດກັນດ້ວຍຄວາມປະທັບໃຈ, ສະນັ້ນ, ນອກຈາກບັນຍາກາດທີ່ຟົດຟື້ນມ່ວນຊື່ນຂອງລາຍການສະແດງສິລະປະຕ່າງໆ, ຄະນະຈັດຕັ້ງ ໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາບຸກຄົນທີ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນທົ່ວໂລກ. ຄຳຂວັນຂອງງານມະຫາກຳກິລາຄັ້ງນີ້ ກໍໄດ້ຮັບການປັບປຸງໃຫ້ກາຍເປັນ “ໄວກວ່າ, ສູງກວ່າ, ແຮງກວ່າ ແລະ ຮ່ວມກັນ” ເຊິ່ງເໝືອນດັ່ງຄຳບອກເຕືອນກ່ຽວກັບຄວາມສາມັກຄີພ້ອມກັນຮັບມືກັບສິ່ງທ້າທາຍທົ່ວໂລກ. ກ່າວຄຳເຫັນທີ່ພິທີ, ທ່ານ Seiko Hashimoto ປະທານຄະນະຈັດຕັ້ງ Olympic ຍີ່ປຸ່ນ ຢັ້ງຢືນວ່າ, ການຈັດຕັ້ງງານມະຫາກຳກິລາ ກໍເປັນສານຢ່າງແຮງທີ່ຢາກຝາກເຖິງປະຊາຊົນທຸກຄົນໃນທົ່ວໂລກ ເພື່ອເອົາໄຊຊະໂລກລະບາດ. ຍີ່ປຸ່ນ ຫວັງວ່າ Olympic ຈະເຊື່ອມຈອດກັນດ້ວຍເນື້ອໃນຈິດໃຈຫຼັກໆແມ່ນ “ເຊື່ອມຈອດກັນດ້ວຍຄວາມປະທັບໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ