ໄຂງານມະຫາກຳກິລາ Paralympic2016

ໄຂງານມະຫາກຳກິລາ Paralympic2016 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/9, ງານ​ມະຫາ​ກຳ​ກິລາ Paralympic 2016 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ສະໜາມ​ກິລາ Maracana, ນະຄອນ Rio de Janeiro (ບຣາຊິນ). ນີ້​ແມ່ນ​ງານ​ມະຫາ​ກຳ​ກິລາ​ສຳລັບ​ຄົນ​ພິການ​ຄັ້ງ​ທີ 15. ດ້ວຍ​ຄຳ​ຂວັນ​ທີ່​ວ່າ “ຜູ້​ໃດ​ກໍ່​ມີ​ໝາກ​ຫົວ​ໃຈ“. ງານ​ມະຫາ​ກຳ​ກິລາ​ ສຸມ​ໃສ່​ສ່ອງ​ແສງ​ກ່ຽວ​ກັບ​ມະນຸດ, ບັນດາ​ຄວາມ​ສະ​ເທືອ​ນ​ໃຈ, ຄວາມ​ຫຍຸ້ງຍາກ, ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະລາດ, ຄວາມ​ຮັກ​ແພງມະນຸດ​ດ້ວຍ​ກັນ. ​ເຂົ້າ​ຮ່ວມ​ງານ​ມະຫາ​ກຳ​ກິ​ລານີ້​ມີ​ນັກ​ກິ​ລາ 4000 ກວ່າ​ຄົນ ທີ່​ມາ​ຈາກ 160 ປະ​ເທດ ​ແລະ ​ເຂດ​ແຄວ້ນ, ​ເຊິ່ງຈະ​ແຂ່ງຂັນ​ກິລາ 22 ປະ​ເພດ. ຄະນະ​ນັກ​ກິລາ ຫວຽດນາມ ລວມມີ 21 ຄົນ, ​ໃນ​ນັ້ນ​ມີ​ນັກ​ກິລາລອຍ​ນຳ້ ຫວໍ​ແທງ​ຕຸ່ງ, ຜູ້​ເຄີຍ​ຮັບ​ຫຼຽນ​ຄຳ ອາຊີ 5 ຫຼຽນ.

       

ຂ່າວ/ບົດ​ອື່ນ