ໄຂງານມະຫາກຳກິລານັກສຶກສາລາວຢູ່ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019

(VOVWORLD) - ຕອນເຊົ້າວັນທີ 06 ເມສາ, ຢູ່ມະຫາວິທະຍາໄລສ້າງຄູກິລາກາຍະກຳຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ສົມທົບກັບມະຫາວິທະຍາໄລດັ່ງກ່າວ ໄຂງານມະຫາກຳກິລານັກສຶກສາລາວ ຢູ່ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019.

ໄຂງານມະຫາກຳກິລານັກສຶກສາລາວຢູ່ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019 - ảnh 1ພິທີໄຂງານມະຫາກຳກິລານັກສຶກສາລາວຢູ່ ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019

ກ່າວຄຳເຫັນໄຂພິທີ, ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ, ໃຫ້ຮູ້ວ່າ.

        ງານມະຫາກຳກິລາຄັ້ງນີ້ ມີການເຂົ້າຮ່ວມຂອງນັກສຶກສາລາວເກືອບ 2.000 ຄົນ ທີ່ມາຈາກ 48 ຮາກຖານການສຶກສາຢູ່ເຂດພາກເໜືອຫວຽດນາມ, ຈະແຂ່ງຂັນກິລາ 5 ປະເພດຄື: ຕີດອກປີກໄກ່, ບານສົ່ງ, ກະຕໍ້ຫວາຍ, ດຶງເຊືອກ ແລະ ຕີປິງປອງ. ງານມະຫາກຳກິລານີ້ຈະດຳເນີນເປັນເວລາ 2 ວັນຄືວັນທີ 06 - 07 ເມສາ.

ໄຂງານມະຫາກຳກິລານັກສຶກສາລາວຢູ່ຫວຽດນາມ ເຂດພາກເໜືອຄັ້ງທີ 13 ປີ 2019 - ảnh 2 ການແຂ່ງຂັນດຶງເຊືອກ

ຕອບກັບ

ຂ່າວ/ບົດ​ອື່ນ