ໄຂງານມະໂຫລານກ່ຽວກັບຊົນນະບົດທາງພາກໃຕ້ຫວຽດນາມ

ໄຂງານມະໂຫລານກ່ຽວກັບຊົນນະບົດທາງພາກໃຕ້ຫວຽດນາມ - ảnh 1
ຕະຫລາດນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບປະກອບ:internet


(vovworld)- ຕອນ​ຄຳ່​ວັນ​ທີ 7/9, ກະຊວງ​ວັດທະນະທຳ ​ກິລາ ແລະ ທ່ອງ​ທ່ຽວຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ອານ​ຢາງ ຈັດ​ຕັ້ງ​ງານ​ມະ​ໂຫລານ​ສະ​ແດງ​ສິລະ​ປະ, ກິລາ, ວາງສະ​ແດງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຊົນນະບົດ​ໃຫມ່​ຢູ່​ພາກ​ໃຕ້​ຫວຽດນາມ ປີ 2013. ກ່າວ​ຄຳ​ເຫັນ​ໄຂ​ງານ​ມະ​ໂຫລານ, ທ່ານ ຮີ່ງຫວີງ​ອາຍ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ການທ່ອງທ່ຽວ ​ໄດ້​ເນັ້ນ​ຫນັກ​ວ່າ: ຈຸດໝາຍ​ງານ​ມະ​ໂຫລານ​ຄັ້ງ​ນີ້ ​ແມ່ນ​ປະກອບສ່ວນ​ຍົກ​ສູງ​ຊີວິດ​ດ້ານ​ວັດທະນະທຳ, ຈິດ​ໃຈ​​ໃຫ້​ແກ່​ປະຊາຊົນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ນະ​ໂຍບາຍຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊີວິດ​ດ້ານ​ວັດທະນະທຳ​ຊົນນະບົດ​ໃຫມ່. ພ້ອມ​ທັງ​ຜ່ານ​ງານ​ມະ​ໂຫລານ ສ້າງ​ບັນຍາກາດ​​ເບິ​ກບານ​ມ່ວນ​ຊ່ືນ,​ລະດົມ​ກຳລັງ​ໃຈ​ຢ່າງ​ຕັ້ງຫນ້າ​ໃຫ້​ແກ່​ຂະ​ບວນການ​ແຂ່ງ​ຂັນ​ອອກ​ແຮງ​ງານ​ທຳ​ການ​ຜະລິດ“ ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃຫມ່​”.

        “ນີ້​ແມ່ນ​ເຫດການ​ວັດທະນະທຳ​ກິລາ​ຢ່າງ​ແທດ​ຈິງ​ເພື່ອ​ໃຫ້​ຊາວ​ກະສິກອນມີ​ໂອກາດ​ພົບ​ປະ​ແລກປ່ຽນ, ​ແຂ່ງຂັນ​ກິລາ, ​ແນະນຳ​ຈຸດ​ວັດທະນະທຳທີ່​ເປັນ​ເອກະລັກ​ສະ​ເພາະ​ບ້ານ​ເກີດ​ເມືອງ​ນອນ ​ແລະ​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ທ້ອງ​ຖິ່ນ​ແນະນຳ​ບັນດາ​ໝາກຜົນ​ທີ່​ຍາດ​ມາ​ໄດ້​ພາຍຫລັງ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ກໍ່​ສ້າງ​ຊົນນະບົດ​ໃຫມ່.”

ຂ່າວ/ບົດ​ອື່ນ