ໄຂງານມະໂຫລານຟິມຮູບເງົາ ອາຊີ- ດ່ານັ້ງ ຄັ້ງທີ 1

(VOVWORLD) - ໃນຂອບເຂດຈັດເຫດການ, ຈະມີຫຼາຍການເຄື່ອນໄຫວ, ລາຍການພົ້ນເດັ່ນ, ຄື: ຈັດການສາຍຟິມຮູບເງົາ ແລະ ເປີດຕົວຄະນະຜູ້ກຳກັບຟິມຮູບເງົາ
ໄຂງານມະໂຫລານຟິມຮູບເງົາ ອາຊີ- ດ່ານັ້ງ ຄັ້ງທີ 1 - ảnh 1(ກອງປະຊຸມຖະແຫຼງຂ່າວ)

        ງານມະໂຫລານຟິມຮູບເງົາ ອາຊີ- ດ່ານັ້ງ ຄັ້ງທີ 1 – 2023 ຈະໄຂຂຶ້ນໃນຕອນຄ່ຳວັນທີ 09 ພຶດສະພາ, ຢູ່ນະຄອນ ດ່ານັ້ງ. ທີ່ກອງປະຊຸມຖະແຫຼງຂ່າວຖືກຈັດຂຶ້ນໃນຕອນບ່າຍວັນທີ 08 ພຶດສະພາ, ຢູ່ນະຄອນ ດ່ານັ້ງ, ຄະນະຈັດຕັ້ງໄດ້ປະກາດບັນດາປະເພດທີ່ຈະເຂົ້າຮ່ວມການແຂ່ງຂັນ.

        ດ້ວຍຫົວຂໍ້ “ນຳ ດ່ານັ້ງ ໄປສູ່ ອາຊີ ແລະ ນຳ ອາຊີ ມາສູ່ ດ່ານັ້ງ”, ຈຸດເດັ່ນຂອງງານມະໂຫລານຟິມຮູບເງົາຄັ້ງນີ້ແມ່ນ 2 ປະເພດ “ລາງວັນຟິບຮູບເງົາ ອາຊີ” ແລະ “ລາງວັນຟິມຮູບເງົາ ຫວຽດນາມ”. ສະພາກຳມະການລວມມີບັນດານັກສິລະປິນທີ່ມີຊື່ສຽງ, ນັກຊ່ຽວຊານໃນຂົງເຂດຮູບເງົາ ຫວຽດນາມ ແລະ ສາກົນ.

        ໃນຂອບເຂດຈັດເຫດການ, ຈະມີຫຼາຍການເຄື່ອນໄຫວ, ລາຍການພົ້ນເດັ່ນ, ຄື: ຈັດການສາຍຟິມຮູບເງົາ ແລະ ເປີດຕົວຄະນະຜູ້ກຳກັບຟິມຮູບເງົາ; ລາຍການພົບປະແລກປ່ຽນນັກສິລະປິນ ຫວຽດນາມ ມີຊື່ສຽງກັບຜູ້ຊົມ; ກອງປະຊຸມສຳມະນາ “ພັດທະນາອຸດສາຫະກຳຮູບເງົາ - ສ້າງສະພາບແວດລ້ອມທີ່ອຳນວຍສະດວກແຫ່ງການຖ່າຍທຳຟິມຮູບເງົາຢູ່ ດ່ານັ້ງ”…

ຕອບກັບ

ຂ່າວ/ບົດ​ອື່ນ