ໄຂງານວາງສະແດງ “ສົງຄາມຫວຽດນາມ ໄລຍະ 1945- 1975” ຈັດຂຶ້ນຢູ່ ນິວຢອກ

(VOVWORLD) -ວັນທີ 10 ຕຸລາ, ງານວາງສະແດງ “ສົງຄາມຫວຽດນາມ ໄລຍະ 1945 – 1975” ຖືກໄຂຂຶ້ນຢູ່ຫໍພິພິທະພັນປະຫວັດສາດ ນິວຢອກ.

ໄຂງານວາງສະແດງ “ສົງຄາມຫວຽດນາມ ໄລຍະ 1945- 1975” ຈັດຂຶ້ນຢູ່ ນິວຢອກ - ảnh 1 ທ່ານນາງ ຫງວຽນເຟືອງງາ ຫົວຫນ້າຄະນະຜູ້ຕາງຫນ້າຂອງຫວຽດນາມປະຈຳ ສປຊ

ພາບ:vietnam+

ດ້ວຍວັດຖຸພັນ ແລະ ຮ່ອງຮອຍກວ່າ 300 ຢ່າງ ລວມທັງດົນຕີ ແລະ ຮູບພາບ, ງານວາງສະແດງໄດ້ເລົ່າຄືນເລື່ອງລາວຂອງສົງຄາມເລີ່ມຈາກສົງຄາມໂລກຄັ້ງທີ 2, ເມື່ອ ອາເມລິກາ ໜູນຫລັງກອງທັບ ຝລັ່ງ ເພ່ືອຊອກວິທີຮັກສາລະບອບປົກຄອງລ່າເມືອງຂຶ້ນຂອງປະເທດນີ້ ຢູ່ ອິນດູຈີນ. ງານວາງສະແດງກໍ່ແນະນຳໄລຍະປີນຂັ້ນໄດຂອງສົງຄາມ ກໍຄືໄລຍະສິ້ນສຸດສົງຄາມ, ຖອນກຳລັງທະຫານອາເມລິກາ ກັບຄືນເມືອປະເທດໃນສະພາບຂະບວນການຄັດຄ້ານສົງຄາມພວມເກີດຂຶ້ນຢ່າງແຮງໃນສັງຄົມ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ