ໄຂງານວາງສະແດງ, ສະແດງ TechDemo 2013

ໄຂງານວາງສະແດງ, ສະແດງ TechDemo 2013 - ảnh 1
ໄຂ​ງານວາງ​ສະ​ແດງ​, ສະ​ແດງ​ TechDemo 2013
(ພາບ: thaibinh.gov.vn)


(vovworld) – ຕອນ​ເຊົ້າ​ວັນ​ທີ 15/8, ຢູ່​ແຂວງ​ທ໋າຍບິ່ນ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ທ໋າຍບິ່ນ ​ໄຂ​ງານວາງ​ສະ​ແດງ​, ສະ​ແດງ​ກ່ຽວ​ກັບ​ການເຊື່ອມ​ຕໍ່ລະຫວ່າງຄວາມຕ້ອງການ​ -  ​ການ​ສະໜອງເຕັກ​ໂນ​ໂລ​ຢີ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ທ໋າຍບິ່ນ TechDemo 2013. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ລັດຖະມົນຕີກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຫງວຽນ​ກວນ, ​ໃຫ້​ຮູ້​ວ່າ:

ການ​ເຄື່ອນ​ໄຫວ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມທີ່​ມີ​ລັກສະນະ​ກຳນົດ​ທິດ​ຂອງກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ນຳ​ໃຊ້, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ ​ໃຫ້​ວິ​ສາ​ຫະກິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ຢູ່​ທ້ອງ​ຖີ່​ນ, ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງສິນຄ້າ​ຂອງ​ວິ​ສາ​ຫະກິດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ນັກວິທະຍາສາດ​ນຳ​ໃຊ້ຜົນງານ​ຂອງ​ຕົນ​ເຂົ້າ​ໃນ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ພັດທະນາ​ເສດ​ທະ​ກິດ​ຢ່າງ​ແທ້​ຈິງ“.

ລາຍການ​ນີ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 65 ຫົວໜ່ວຍ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ຫົວໜ່ວຍ​ດັ່ງກ່າວ​ໄດ້​ແນະນຳ, ວາງສະ​ແດງ, ສະ​ແດງ​ເຕັກ​ໂນ​ໂລ​ຢີ​ໃໝ່, ອຸປະກອນ​ທີ່​ກ້າວໜ້າ 100 ກວ່າ​ປະ​ເພດ.
ຂ່າວ/ບົດ​ອື່ນ