ໄຂ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ມະ​ຫາ​ກະ​ສັດ ຢາ​ລອງ

(VOVWORLD) -ພິທີໄຂງານວາງສະແດງກ່ຽວກັບ ມະຫາກະສັດ ຢາລອງ ຖືກຈັດຂຶ້ນຢູ່ ວັງ ລອງອານ, ຫໍພິພິທະພັນວັດຖຸບູຮານ ພະລາດສະວັງເຫວ້ ເພື່ອແນະນຳໂດຍສັງເຂບຕໍ່ມວນຊົນກ່ຽວກັບຊີວິດ ແລະ ພາລະກິດ, ການປະກອບສ່ວນຂອງມະຫາກະສັດອົງທຳອິດຂອງ ລາດຊະວົງ ຫງວຽນ.
ໄຂ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ມະ​ຫາ​ກະ​ສັດ ຢາ​ລອງ - ảnh 1ງານວາງສະແດງກ່ຽວກັບ ມະຫາກະສັດ ຢາລອງ ຢູ່ ວັງ ລອງອານ, ຫໍພິພິທະພັນວັດຖຸບູຮານ ພະລາດສະວັງເຫວ້  (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມ 200 ປີ ແຫ່ງວັນສະຫວັດນະຄົດຂອງ ມະຫາກະສັດ ຢາລອງ, ຕອນບ່າຍວັນທີ 31 ມັງກອນ, ສູນອະນຸລັກຮັກສາມໍລະດົກ ກຸງເກົ່າ ເຫວ້ ໄດ້ດຳເນີນພິທີໄຂງານວາງສະແດງກ່ຽວກັບ ມະຫາກະສັດ ຢາລອງ ຢູ່ ວັງ ລອງອານ, ຫໍພິພິທະພັນວັດຖຸບູຮານ ພະລາດສະວັງເຫວ້ ເພື່ອແນະນຳໂດຍສັງເຂບຕໍ່ມວນຊົນກ່ຽວກັບຊີວິດ ແລະ ພາລະກິດ, ການປະກອບສ່ວນຂອງມະຫາກະສັດອົງທຳອິດຂອງ ລາດຊະວົງ ຫງວຽນ ໃນວິວັດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຜ່ານວັດຖຸບູຮານ ແລະ ພາບຖ່າຍເອກະສານທີ່ກ່ຽວຂ້ອງ.

ໃນວັນດຽວກັນ, ຢູ່ ເຖ໊ໂຕ໋ມ໊ຽວ - ພາຍໃນພະລາດສະວັງ ເຫວ້, ສູນອະລຸນັກຮັກສາ ມໍລະດົກ ກຸງເກົ່າເຫວ້, ສະພາບໍລິຫານງານ ຫງວຽນຝຸກໂຕກ ກໍໄດ້ຈັດພິທີໄຫວ້ອາໄລວັນສະຫວັນນະຄົດຂອງ ມະຫາກະສັດ ຢາລອງ ຄົບຮອບ 200 ປີ ເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ