ໄຂງານວາງສະແດງສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ

ໄຂງານວາງສະແດງສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາ ປາຣີ - ảnh 1
ຕັດແຖບຜ້າໄຂງານວາງສະແດງ

(vovworld) – “ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນ​ຍາ ປາຣີ ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ​ແລະ ສ້າງ​ຕັ້ງ​ສັນຕິພາບຄືນ​ໃໝ່​ຢູ່​ຫວຽດນາມ” ​ແມ່ນ​ຫົວ​ຂໍ້​ຂອງ​ງານ​ວາງສະ​ແດງທີ່​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 23/1 ຢູ່ ຮ່າ​ໂນ້ຍ. ຮູບ​ພາບ 140 ​ແຜ່ນ ​ແລະ 30 ວັດຖຸ​ພັນທີ່ວາງສະ​ແດງ​ໃນ​ຄັ້ງ​ນີ້ ​ໄດ້ຊ່ວຍ​ໃຫ້​ປະຊາຊົນ​ເຫັນ​ປະຈັກ​ຕາ​ເອກະສານ, ວັດຖຸ​ພັນ​ທີ່ລ້ຳ​ຄ່າ, ສະ​ແດງ​ວິວັດ​ການ​ເຈລະຈາ ​ແລະ ​ເຊັນ​ສົນທິສັນຍາ ປາຣີ ຢ່າງ​ມີ​ຊີວິດ​ຊີວາ. ກ່າວ​ຄຳ​ເຫັນ​ໄຂ​ພິທີ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ຫງວຽນ​ເຟືອງ​ງາ ຊີ້​ແຈງ​ວ່າ:

“​ໃນ​ປະຫວັດສາດນັບ​ພັນ​ປີ​ແຫ່ງ​ການສາດ​ສ້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ ຫວຽດນາມ, ບໍ່​ທັນ​ມີ​ການ​ເຈລະຈາ​ໃດ​ທີ່​ແກ່ຍາວ, ຂ້ຽວຂາດ ​ແລະ ດຸ​ເດືອດ​ຄື ກອງປະຊຸມ ປາຣີ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ​ເມື່ອ​ມາ​ຢ້ຽມ​ຊົມ​ງານ​ວາງສະ​ແດງ, ຜູ້​ຊົມ​ອາດ​ຈະ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຕໍ່ສູ້​ອັນ​ຍຶດ​ເຍື້ອຍາວ​ນານ, ອົງ​ອາດ​ກ້າ​ແກ່ນ, ສະຫຼາດ​ສະຫຼຽວ ​ແລະ ​ເຕັມ​ໄປ​ດ້ວຍ​ຄຸນ​ນະ​ທາດ​ຂອງ​ບັນດາ​ນັກ​ການ​ທູດ​ປະຕິວັດ ຫວຽດນາມ ​ໃນ​ການເຈລະຈາ ​ແລະ ການ​ສົມທົບ​ຢ່າງ​ກົມກຽວລະຫວ່າງ 3 ​ແນວ​ຮົບຄື; ການ​ທະຫານ - ການ​ເມືອງ - ການ​ທູດ, ການ​ສະໜັບສະໜູນ, ການລະດົມ​ກຳລັງ​ໃຈ ຂອງບຸກຄົນທີ່​ກ້າວໜ້າ, ຮັກຫອມສັນຕິພາບ ​ແລະ ຄວາມຍຸຕິ​ທຳ​ສຳ​ຫຼັບປະຊາຊົນ ຫວຽດນາມ ນັ້ນ, ທັງ​ຈຸດ​ເວລາ​ຫຍຸ້ງຍາກ ​ແລະ ຈຸດ​ເວລາ​ພາກ​ພູມ​ໃຈ​ເມື່ອ​ໄດ້​ຮັບ​ໄຊຊະນະ”

​ເຂົ້າຮ່ວມ​ພິທີ​ໄຂ​ງານ​ວາງສະ​ແດງ​ມີ​ຜູ້ຕາງໜ້າ​ບັນດາ​ອົງການ​ການ​ທູດ​ສາກົນ ປະຈຳ ຫວຽດນາມ. ທ່ານ ​Saadi Salama, ເອກ​ອັກຄະ​ລັດຖະທູດ ສ ປາ​ແລດ​ສະຕີ​ນ ປະຈຳ ຫວຽດນາມ​ໃຫ້​ຮູ້​ວ່າ:

“ຂ້າພະ​ເຈົ້າ​ມີ​ຄວາມ​ສະ​ເທືອ​ນ​ໃຈ ຍ້ອນ​ໄດ້​ຮັບ​ຊົມ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ປາຣີ. ຄວາມ​ສາມັກຄີ​ສາກົນ ​ຂອງຫວຽດນາມ, ຕິດ​ພັນ​ກັບ​ຄວາມ​ສາມັກ​ຄີ​ຂອງ​ຊາດ ​ແລະ ບັນດາ​ນະ​ໂຍບາຍ​ທີ່​ສະຫຼາດ​ສ່ອງ​​ໃສ​ຂອງ​ຫວຽດນາມ ​ໃນ​ການ​ສົມທົບ 3 ​ແນວ​ຮົບ ການ​ທູດ, ການ​ເມືອງ ​ແລະ ການ​ທະຫານ ​ໄດ້​ນຳ​​ເອົາ​ຜົນງານ​ອັນ​ໃຫຍ່​ຫຼວງ​ມາ​ໃຫ້​ຫວຽດນາມ ໝາກຜົນ​ອັນ​ໃຫຍ່​ຫຼວງ, ນັ້ນ​ແມ່ນ​ຢຸດ​ຕິ​ສົງຄາມ ​ແລະ ສ້າງ​ຕັ້ງ​ພື້ນຖານ​ສັນຕິພາບ​ຄືນ​ໃໝ່. ບັນດາ​ບົດຮຽນ​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນ​ຫາ​ເຈລະຈາ ​ເພື່ອ​ຢຸດຕິ​ສົງຄາມ ​ແມ່ນ​ບັນດາ​ບົດຮຽນ ອັນ​ລ້ຳ​ຄ່າ​ເຊິ່ງພວກ​ຂ້າພະ​ເຈົ້າ​ພວມ​ຊອກ​ຫາ. ພວກ​ຂ​້າພະ​ເຈົ້າ​ຂໍ​ອວຍພອນ​ປະຊາຊົນ​ຫວຽດນາມ”

ຂ່າວ/ບົດ​ອື່ນ