ໄຂຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ

ໄຂຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ - ảnh 1
ການເຄື່ອນໄຫວໃນຊຸມວັນວັດທະນະທຳຢູກະແລນ ຢູ່ຫວຽດນາມ
(ພາບ: google.com.vn)

(vovworld) - ຊຸມ​ວັນ​ວັດທະນະທຳ​ຢູກະ​ແລນ ​ຢູ່​ຫວຽດນາມ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 9/11 ຢູ່​ນະຄອນ ​ໂຮ່ຈີ​ມິນ. ​ເຊິ່ງຈະ​ດຳ​ເນີນ​ແຕ່​ວັນ​ທີ 9-14/11 ຢູ່ 3 ນະຄອນ​ຂອງ​ຫວຽດນາມ​ຄື: ນະຄອນ​ໂຮ່ຈີ​ມິນ, ນະຄອນ​ກວາງ​ນິງ, ​ແລະ ນະຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ໂອກາດ​ເພື່ອ​ແນະນຳ​ບັນດາ​ຮູບ​ການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງຢູກະ​ແລນ. ກ່າວ​ຄວາມ​ເຫັນ​ນະ​ພິທີ​ໄຂຊຸມ​ວັນ​ວັດທະນະທຳ​ຢູກະ​ແລນ ​ຢູ່​ຫວຽດນາມ, ທ່ານ ​Ho Anh Tuan, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ​ເນັ້ນ​ໜັກ​ວ່າ:

        ”ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ - ຢູກະ​ແລນ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພ້ອມ​ກັບ​ຜົນສຳ​ເລັດ​ຂອງບັນດາ​ເຫດການຊຸມ​ວັນ​ວັດທະນະທຳ​ຫວຽດນາມ​ ຢູ່ຢູກະ​ແລນ​ ​ເມື່ອ​ປີ 2011 ນັ້ນ. ລາຍການ​ຄັ້ງ​ນີ້​ກໍ່​ຈະ​​ເປັນ​ການປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ຫວຽດນາມ ​ແລະ ຢູກະ​ແລນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າ​ງສອງ​ປະ​ເທດກວ່າ​ອີກ”

ຂ່າວ/ບົດ​ອື່ນ