ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ກວ໋າງ​ນາ​ມ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂຽວ

(VOVWORLD) -ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022 ແມ່ນໜຶ່ງໃນບັນດາເຫດການສຳຄັນ, ສ້າງຂີດໝາຍແກ່ການເປີດປະຕູການທ່ອງທ່ຽວ ຫວຽດນາມ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ແມ່ນເຫດການຈຸດສຸມຂອງລາຍການປີທ່ອງທ່ຽວແຫ່ງຊາດ ປີ 2022. ບັນດາເຫດການທ່ອງທ່ຽວທັງໝົດໃນປີນີ້ ແມ່ນໄມ້ງັດສຳຄັນ ແລະ ໂອກາດແກ່ຂະແໜງທ່ອງທ່ຽວເພີ່ມທະວີລະດັບຄວາມໄວການເຕີບໂຕ, ບຸກທະລຸ ແນໃສ່ປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2022 ກວ໋າງ​ນາ​ມ - ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂຽວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນຄ່ຳວັນທີ 26 ມີນາ, ປີທ່ອງທ່ຽວແຫ່ງຊາດປີ 2022 ກວ໋າງນາມ - ສະຖານທີ່ທ່ອງທ່ຽວຂຽວ ຖືກໄຂຂຶ້ນຢູ່ເກາະ ກີ໊ອຶກໂຮ້ຍອານ, ແຂວງ ກວ໋າງນາມ. ພິທີໄຂປີທ່ອງທ່ຽວແຫ່ງຊາດ 2022 ແມ່ນໜຶ່ງໃນບັນດາເຫດການສຳຄັນ, ສ້າງຂີດໝາຍແກ່ການເປີດປະຕູການທ່ອງທ່ຽວ ຫວຽດນາມ ກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ ແລະ ແມ່ນເຫດການຈຸດສຸມຂອງລາຍການປີທ່ອງທ່ຽວແຫ່ງຊາດ ປີ 2022. ບັນດາເຫດການທ່ອງທ່ຽວທັງໝົດໃນປີນີ້ ແມ່ນໄມ້ງັດສຳຄັນ ແລະ ໂອກາດແກ່ຂະແໜງທ່ອງທ່ຽວເພີ່ມທະວີລະດັບຄວາມໄວການເຕີບໂຕ, ບຸກທະລຸ ແນໃສ່ປະຕິບັດເປົ້າໝາຍດຶງດູດແຂກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

     ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ໂຄງສ້າງສັງຄົມ ແລະ ຄວາມຊິນເຄີຍຂອງປະຊາຊົນປ່ຽນແປງໄປ ແຕ່ໄດ້ສ້າງທ່າອ່ຽງໃໝ່ໃນການທ່ອງທ່ຽວ. ຫວຽດນາມ ຍາມໃດກໍຢຶດໝັ້ນດ້ວຍຄຸນຄ່າຍືນຍົງ ເຊິ່ງຫຼາຍປີຜ່ານມາ ປະເທດ ຫວຽດນາມ, ການທ່ອງທ່ຽວ ຫວຽດນາມ ໄດ້ສ້າງຂຶ້ນໃນຈິດໃຈຂອງແຂກທ່ອງທ່ຽວສາກົນ. ນັ້ນແມ່ນສານສັນຕິພາບ, “ຫວຽດນາມ - ປະເທດປອດໄພ”, ຮູບແບບ “ຫວຽດນາມ - ຈຸດນັດພົບປອດໄພ, ເປັນມິດສະໜິດສະໜົມ, ດູດດື່ມ”, ຈຸດນັດພົບດ້ວຍ “ຄວາມງາມທີ່ສຸດສາຍຕາ”. ດ້ານອື່ນ, ຂະແໜງທ່ອງທ່ຽວຄວນເປັນເຈົ້າການ, ປະດິດຄິດສ້າງ ແລະ ຮັບມືຢ່າງຄ່ອງຕົວມີໄຫວພິບ ເພື່ອນຳການທອ່ງທ່ຽວສືບຕໍ່ພັດທະນາ, ພ້ອມແລ້ວທີ່ຈະຕ້ອນຮັບແຂກທ່ອງທ່ຽວກັບຄືນມາທ່ຽວ ຫວຽດນາມ ໃນປີ 2022 ແລະ ຊຸມປີຕໍ່ໄປ.

     ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອຳນາດການປົກຄອງ, ປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຄົນ ຈົ່ງຮ່ວມແຮງຮ່ວມໃຈ, ສ້າງສະພາບແວດລ້ອມຂຽວແກ່ການພັດທະນາແບບຍືນຍົງຂອງຂະແໜງທ່ອງທ່ຽວ. ທ່ານນາຍົກລັດຖະມົນຕີຮຽກຮ້ອງວ່າ ຕ້ອງເປັນເຈົ້າການ, ຄ່ອງຕົວມີໄຫວພິບ ແລະ ຍູ້ແຮງການເປີດປະຕູການທ່ອງທ່ຽວສາກົນຕິດພັນກັບການຮັບມືຢ່າງປອດໄພ, ມີໄຫວພິບໃນສະພາບປົກກະຕິໃໝ່ໃຫ້ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ