​ໄຂວັນກາບກອນ ຫວຽດນາມ

​ໄຂວັນກາບກອນ ຫວຽດນາມ  - ảnh 1
ໄຂວັນ​ກາບກອນ​ຫວຽດນາມປີ 2012 (ພາບ: vnexpress.net)

ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ​ວັນ​ກາບກອນ​ຫວຽດນາມ ວັນ​​ເພງ​ເດືອນ​ຈຽງ ​ໂດຍ​ໄລ່​ຕາມ​ຈັນທະ​ປະຕິທິນ​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 5 ກຸມພາ ກົງ​ກັບ ວັນ​​ທີ 14​ເດືອນ​ຈຽງ, ຢູ່​ທ້ອງ​ຖ່ີ​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ຈັດ​ວັນ​ກາບ​ກອນ​ຫວຽດນາມ ຢ່າງຟົດ​ຟື້ນ​ມ່ວນຊື່ນ​. ຢູ່ ຮ່າ​ໂນ້ຍ, ວັນ​ກາບກອນ​ຫວຽດນາມ ຖືກຈັດຂຶ້ນດ້ວຍການເຄື່ອນໄຫວ ຫຼາຍຢ່າງ ຄື: ງານວາງສະແດງ ທີ່ມີຫົວເລື່ອງ“ 80 ປີແຫ່ງກາບກອນໃໝ່”, ການຂັບກາບກອນຫຼາຍເຂດແຄ້ວນ, ພິທີມອບລາງວັນວັນນະຄະດີ 2010-2011. ວັນ​ກາບກອນ​ຫວຽດນາມ ຢູ່ຮ່າໂນ້ຍໄດ້ດຶງດູດການເຂົ້າຮ່ວມຂອງນັກກະວີ 67 ຄົນທີ່ມາຈາກ 26 ປະເທດ ແລະ ເຂດແຄ້ວນ. ນັກກະວີ ຫງວຽນກວາງທ່ຽວ ຮອງປະທານສະມາຄົມນັກປະພັນຫວຽດນາມໃຫ້ຮູ້ວ່າ :   “ ມີ 2 ຈຸດທີ່ສຳຄັນກ່ວາໝູ່ ຊຶ່ງພາຍຫຼັງ 10 ປີພວກເຮົາສາມາດປະຕິບັດໄດ້. ທີ່ 1 ແມ່ນໄດ້ຫັນ ວັນ​ກາບກອນ​ກາຍເປັນງານບຸນວັດທະນະທຳ, ຊຶ່ງແມ່ນງານບຸນ ທາງດ້ານຈິດໃຈຂອງປະຊາຊົນທັງປວງ. ໂດຍຜ່ານຄະນະ ຄຸ້ມຄອງດ້ານວັດທະນະ ທຳ, ພວກຂ້າພະເຈົ້າຮູ້ວ່າມີຜູ້ເຂົ້າຮວ່ມວັນ​ກາບກອນ​ຫວຽດນາມນັບມື້ນັບຫຼາຍຂຶ້ນ, ໃນນັ້ນຊາວຕ່າງປະເທດກໍສົນໃຈ ຫຼາຍຂຶ້ນ, ການເຄື່ອນໄຫວຂອງວັນ​ກາບກອນ​ຫວຽດນາມນັບມື້ນັບມີຫຼາຍຮູບ ຫຼາຍສີກ່ວາ ”

    ສ່ວນ ວັນ​ກາບກອນ​ຫວຽດນາມທີ່ຈັດຂຶ້ນຢູ່ນະຄອນໂຮຈິມິນ ກໍມີການເຄື່ອນໄຫວ ຫຼາຍຢ່າງທີ່ເປັນເອກະລັກ ສະເພາະຄື: ງານຕັ້ງຄ້າຍແຕ່ງກາບກອນ, ງານປະກວດ ປະດັບປະດາຄ້າຍແຕ່ງກາບກອນ, ຂັບກາບກອນ ແລະ ອື່ນໆ. ທ່ານ ເລກວາງຈາງ  ຮອງປະທານສະມາຄົມນັກປະພັນນະຄອນໃຫ້ຮູ້ວ່າ : “ປະຈຸບັນ, ພື້ນຖານ ກາບກອນພັດທະນາຢ່າງກ້ວາງຂວາງ, ນະຄອນໂຮຈິມິນ ມີນັກກາບກອນປະມານ 50 ຄົນທີ່ມີຊື່ສຽງ ໃນໝູ່ມະຫາຊົນ. ພວກຂ້າພະເຈົ້າຫວັງວ່າ ບັນດານັກກະວີໜຸ່ມຄວນເພີ່ມຄວາມຮັກກາບກອນ ເພື່ອສາມາດຕອບ ສະໜອງ ຄວາມຕ້ອງການຂອງມະຫາຊົນໃນປະຈຸບັນ ”

   ໃນວັນດຽວກັນຢູ່ແຂວງ ກວາງງ້າຍ ກໍໄດ້ຈັດຕັ້ງ ວັນ​ກາບກອນ​ຫວຽດນາມຂຶ້ນ. ໃນ ວັນ​ກາບກອນ​ຫວຽດນາມ ຢູ່ແຂວງ ກວາງງ້າຍ, ບັນດາຜູ້ນິຍົມກາບກອນ ໄດ້ຮັບຟັງບັນດາບົດກະວີ, ບົດຂັບກາບກອນ ທີ່ຍ້ອງຍໍສັນລະເສີນ ຄວາມຮັກຕໍ່ ບ້ານເກີດເມືອງນອນ ແລະ ປະເທດຊາດ, ອະທິປະໄຕເຂດທະເລໝູ່ເກາະ, ນ້ຳໃຈຮັກຊາດຂອງ ຊາວແຂວງ ກວາງງ້າຍ ໃນຕະຫຼອດໄລຍະແຫ່ງການປົກປັກ  ຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ.

ຂ່າວ/ບົດ​ອື່ນ