ໄຂວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່ຄັ້ງທີ 8

ໄຂວັນບຸນບໍລິຈາກເລືອດອາສາສະໝັກຍາມຕົ້ນລະດູບານໃໝ່ຄັ້ງທີ 8  - ảnh 1
ບັນ​ດາ​ເພື່ອນ​ໜຸ່ມ​ບໍ​ລິ​ຈາກ​ເລືອດ

(vovworld)- ຕອນ​ເຊົ້າ​ວັນ​ທີ 8/3 ຢູ່​ຮ່າ​ໂນ້ຍ ໄດ້​ໄຂວັນ​ບຸນບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ຄັ້ງ​ທີ 8 ປີ 2015 ໂດຍ​ສະ​ຖາ​ບັນ​ເລືອດ​ສາດ-ສົ່ງ​ເລືອດ​ສູນ​ກາງ, ຄະ​ນະ​ຊີ້​ນຳ​​ກ່ຽວ​ກັບ​ການ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ ນະ​ຄອນ​ຮ່າ​ໂນ້ຍ ແລະ ສະ​ມາ​ຄົມຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ. ທີ່​ພິ​ທີ, ທ່ານ​ນາງ​ລ​ັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວຽນ​ທິ​ຊວຽນ ຢືນ​ຢັນ​ວ່າ ໃນ​ໄລ​ຍະ​ທີ​ຮ່​ຜ່ານ​ມາ, ໄຂວັນ​ບຸນບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ໄດ້​ປະ​ກອບ​ສ່ວນ​ຊ່ວຍ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ແກ້​ໄຂ​ບັນ​ຫາ​ຂາດ​ແຄນ​ເລືອດ​ເພື່ອ​ປິ່ນ​ປົວ​ຄົນ​ເຈັບ. ວັນ​ບຸນບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ປີນີ້ ຖືກ​ດຳ​ເນີນ​ແຕ່​ວັນ​ທີ 24/2 ຫາ​ວັນ​ທີ 8/3 ດ້ວຍ​ຈຸດ​ໝາຍ​ຮັບ​ໄດ້​ເລືອດ 8000 ຖົງ.  ທ່ານ​ນາງ​ລ​ັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຫງວຽນ​ທິ​ຊວຽນ, ຮອງ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ ໃຫ້​ຮູ້​ວ່າ :

   “ ໃນ​ເດືອນ 1 ແລະ ເດືອນ 2/2015, ໄດ້​ມີ 35 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງວັນ​ບຸນບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ຊຶ່ງ​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ແຂວງ ຮ່າ​ນາມ, ບັກ​ກ້ານ, ກວາ​ງ​ບີງ, ກວາງ​ນາມ​, ເລີມ​ດົງ, ດັກ​ລັກ, ເກີນ​ເທີ, ເບັ້ນ​ແຈ, ດົງ​ທາບ, ລອງ​ອານ…ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວັນ​ບຸນບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກປ​ີນີ້ ຈະ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ຈາກ​ປະ​ຊາ​ຊົນ, ພິ​ເສດ​ແມ່​ນໄວ​ໜຸ່ມ ແລະ ຈະ​ໄດ້​ຮັບ​ເລືອດ​ດ້ວຍ​ປະ​ລີ​ມານຫຼາຍ ”.

 

ຂ່າວ/ບົດ​ອື່ນ