ໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ

ໄຂວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາວເຜົ່າຈຳ - ảnh 1

ພິທີ​ໄຂ​ວັນບຸນ

(ພາບ:ninhthuan.gov.vn)

(VOV)- ຕອນ​ຄ່ຳວັນ​ທີ 14/10,  ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ເຂດ​ຊາວ​ເຜົ່າ​ຈຳ-Ninh Thuan 2012 ​ໄດ້​ໄຂ​ຂຶ້ນຢູ່​ນະຄອນ Phan Rang-Thap Cham​ ແຂວງ Ninh Thuan. ດ້ວຍ​ຫົວ​ຂໍ້ “ວັດທະນະທຳ​ເຜົ່າ​ຈຳ-​ການ​ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ການ​ເຊື່ອມ​ໂຍງ“ ນັ້ນ, ພິທີ​ໄຂ​ວັນ​ບຸນ​ໄດ້​ນຳ​ມາ​ເຊິ່ງບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​​ເຂັ້ມຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​​ເຜົ່າຈຳ​ໃຫ້​ແກ່​ຜູ້​ຊົມ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່າ​ນ Ho Anh Tuan ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊວງວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວຫວຽດນາມ ​ເນັ້ນໜັກ​ວ່າ:

   “ວັນບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ເຂດ​ຊາວ​ເຜົ່າ​ຈຳ-Ninh Thuan 2012 ​ໄດ້​ຮັບ​ການຈັດຕັ້ງຂຶ້ນ​ກົງ​ກັບ​ໂອກາດງານ​ບຸນ​ປະ​ເພນີ​ກາ​ເຕຂອງ​ຊົນ​ເຜົ່າ​ຈຳ ຊື່​ງ​ໄດ້​ເຮັດ​ໃຫ້​ຄຸນຄ່າ, ພະລັງ​ຊີວິດ​ຂອງ​ວັດທະນະທຳ​ຈຳ​ໃນ​ບັນດ​າ​ເຜົ່າ​ຫວຽດນາມ ​ໄດ້​ຮັບ​ການທະວີ​ຄູນຂຶ້ນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໂອກາດ​ເພື່ອ​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ນ້ຳ​ໃຈ​ສາມັກ​ຄີ, ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ປະ​ເພນີອັນ​ດີງາມ, ​ໂຄສະນາ, ​ແນະນຳ​ກ່ຽວ​ກັບ​ຊົນ​ເຜົ່າ​ຈຳ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​​ເພື່ອຄົ້ນຄ້ວາ​, ເຄື່ອນ​ໄຫວ​ອັນ​ແທດ​ຈິງຕື່ມ​ອີກ ​ເພື່ອ​ປະກອບສ່ວນ​ເບິ່ງ​ແຍງ​ຊີວິດ​ດ້ານ​ວັດທະນະທຳ, ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢູ່ເຂດ​ຊົນ​ເຜົ່າ​ຈຳ​ອີກ​ດ້ວຍ“.

   ວັນ​ບຸນ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ເຂດ​ຊາວ​ເຜົ່າ​ຈຳ-Ninh Thuan ຄັ້ງທີ 2 ປີ 2012 ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 14-16/10 ຊື່​ງມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ຄື: ການ​ວາງສະ​ແດງບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ດ້ານ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ​ຫວຽດນາມ, ງານ​ວາງສະ​ແດງ​ວັດທະນະທຳ​ຊົນ​ເຜົ່າ​ຈຳ, ການສະ​ແດງ​ສິລະ​ປະພື້ນ​ເມືອງ​ຊົນ​ເຜົ່າ​ຈຳ, ອາຫານ​ການ​ກິນ, ການ​ແຂ່ງຂັນ​ກິລາ​ປະ​ເພດ​ຕ່າງ​ໆ…..

 

ຂ່າວ/ບົດ​ອື່ນ