ໄຂວັນບຸນວັດທະນະທຳ,ກິລາ ແລະ ທ່ອງທ່ຽວບັນດາແຂວງເຂດຕາເວັນອອກສ່ຽງເໜືອຄັ້ງທີ 10

(VOVWORLD) -ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາແຂວງເຂດ ດົງບັກ (ໝາຍເຖິງ ເຂດທາງທິດຕາເວັນອອກສ່ຽງເໜືອຫວຽດນາມ) ຄັ້ງທີ 10 ປີ 2018
ໄຂວັນບຸນວັດທະນະທຳ,ກິລາ ແລະ ທ່ອງທ່ຽວບັນດາແຂວງເຂດຕາເວັນອອກສ່ຽງເໜືອຄັ້ງທີ 10 - ảnh 1 (ວັນບຸນວັດທະນະທຳ,ກິລາ ແລະ ທ່ອງທ່ຽວບັນດາແຂວງເຂດຕາເວັນອອກສ່ຽງເໜືອຄັ້ງທີ 10)

ດ້ວຍຫົວຂໍ້ “ອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າເຂດດົງບັກ ໃນໄລຍະປ່ຽນແປງໃໝ່ - ເຊື່ອມໂຍງ ແລະ ພັດທະນາປະເທດຊາດແບບຍືນຍົງ” ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 02 ພະຈິກ, ຢູ່ນະຄອນ ວິ້ງອຽນ, ແຂວງວິ້ງຟຸກ. ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ; ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ; ທ່ານຮອງປະທານສະພາແຫ່ງຊາດໂດ້ບ໊າຕິ ພ້ອມກັບຜູ້ຕາງໜ້າບັນດາອົງການ, ຄະນະ, ຂະແໜງການເຂົ້າຮ່ວມລາຍການ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນງອັກທ້ຽນ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ, ວັນບຸນແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາເຜົ່າເຂດ ດົງບັກ ພົບປະ, ແລກປ່ຽນ, ພ້ອມກັນເຊີດຊູບັນດາຫົວຂໍ້ວັດທະນະທຳ, ຜ່ານນັ້ນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ເປັນມູນເຊື້ອຂອງຊາວຊົນເຜົ່າ.

        “ເຂົ້າຮ່ວມວັນບຸນຄັ້ງນີ້, ນັກທ່ອງທ່ຽວຈະໄດ້ເຈືອຈານເຂົ້າບັນຍາກາດທີ່ຟົດຟື້ນ ແລະ ບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອ, ມີເອກະລັກສະເພາະຂອງຊາວຊົນເຜົ່າບັນດາເຜົ່າເຂດ ດົງບັກ ຜ່ານການສະແດງຂອງນັກສິລະປະການ, ນັກສະແດງ, ມະຫາຊົນກວ່າ 1000 ຄົນ, ໄດ້ຮັບຟັງບັນດາບົດເພງພື້ນເມືອງ, ວາດຟ້ອນທີ່ດູດດື່ມ; ຮັບຊົມການສະແດງບັນດາຊຸດອາພອນທີ່ເປັນເອກະລັກສະເພາະ; ບັນດາການລະຫຼີ້ນພື້ນເມືອງ… ວັນບຸນແມ່ນເພື່ອປະກອບສ່ວນຮັດແໜ້ນຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເຂດດົງບັກ ເວົ້າສະເພາະ, ປະຊາຊົນບັນດາເຜົ່າໃນປະຊາຄົມ 54 ຊົນເຜົ່າອ້າຍນ້ອງຫວຽດນາມ ເວົ້າລວມ”.

        ພິເສດ, ທີ່ພິທີໄຂວັນບຸນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ພ້ອມກັບນະຄອນຮ່າໂນ້ຍ ແລະ ບັນດາແຂວງ ວິ້ງຟຸກ, ລາວກາຍ, ບັກນິງ ຕ້ອນຮັບໃບຢັ້ງຢືນຈົດຊື່ພິທີກຳ ແລະ ການດຶງເຊືອກ ຈາກ UNESCO ວ່າແມ່ນມໍລະດົກບໍ່ເປັນວັດຖຸທີ່ຕ່າງໜ້າຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ