ໄຂວັນປື້ມຫວຽດນາມຄັ້ງທີ4

ໄຂວັນປື້ມຫວຽດນາມຄັ້ງທີ4 - ảnh 1
​ພິ​ທີ​ໄຂວັນ​ປື້ມ​ຫວຽດ​ນາມ
ພາບ:VietNamnet

(vovworld)-​ ວັນປື້ມ​ຫວຽດ​ນາມ ຄັ້ງ​ທີ 4 ປີ 2017 ດ້ວຍ​ຫົວ​ຂໍ້ “ປື້ມ ແລະ ການ​ພັດ​ທະ​ນາ​ພູມ​ປັນ​ຍາ​ວົງ​ຄະ​ນາ​ຍາດ” ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 6/4 ຢູ່ ຮ່າ​ໂນ້ຍ. ເລື່ອງ​ຈັດ​ຕັ້ງ​ວັນ​ປື້ມ ຫວຽດ​ນາມ ເພື່ອ​ແນ​ໃສ່​ສືບ​ຕໍ່​ຢືນ​ຢັນ, ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ຂອງ​ປື້ມ, ​ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳ, ຄວາ​ມ​ຈຳ​ເປັນ​ຂອງ​ວັນ​ປື້ມ​ຫວຽດ​ນາມ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງວົງ​ຄະ​ນາ​ຍາດ. ກ່າວ​ຄຳ​ເຫັນທີ່​ພິ​ທີ​ໄຂ, ທ່ານ ຫງວຽນ​ຮົ່ງ​ມີງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖ​ະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ, ຫົວ​ຫ​ນ້າ​ຄະ​ນະ​ຊີ້​ນຳ​ວັນ​ປື້ມ​ຫວຽດ​ນາມ 2017 ເນັ້ນ​ຫ​ນັກ​ວ່າ:

        “ຈຸດ​ປະ​ສົງ​ຂອງວັນ​ປື້ມ​ຫວຽດ​ນາມ​ຄັ້ງ​ທີ 4 ແມ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ການ​ຕອບ​ສະ​ຫນອງ​ຂອງ​ສັງ​ຄົມ​ຢ່າງ​ເລ​ິກ​ເຊິ່ງ ແລະ ມີ​ປະ​ສິດ​ທິ​ຜົນ, ພ້ອມ​ທັງ​ລະ​ດົມ​ການ​ເຂົ້າ​ຮ່ວມ​ຂອງວົງ​ຄະ​ນາ​ຍາດ ແລະ ທຸກ​ແຫລ່ງ​ກຳ​ລັງ​ສັງ​ຄົມ​ໃນ​ການ​ລົງ​ທຶນ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ອ່ານ, ສ້າງ​ຂົວ​ຕໍ່​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ຄຸນ​ຄ່າ​ຂອງ​ປື້ມ​ແຕ່​ລະ​ຫົວ, ລະ​ຫວ່າງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ດ້ວຍ​ຈຸດ​ໝາຍ​ພັດ​ທະ​ນາ​ຂອງ​ສ​ັງ​ຄົມ.”

ວັນ​ປື້ມ​ຫວຽດ​ນາມ ໄດ້​ແນະ​ນຳ, ຂາ​ຍ​ຜະ​ລິດ​ຕະ​ພັນ​ການ​ພິມ​ຂອງ 80 ຫົວ​ຫ​ນ່ວຍ, ສຳ​ນັກ​ພິມ​ຈຳ​ຫ​ນ່າຍ, ບໍ​ລິ​ສັດ​ພິ​ມ​ຈຳ​ຫ​ນ່າຍ​ໃນ​ທົ່ວ​ປະ​ເທດ ດ້ວຍ ປື້ມ 40.000 ຫົວ ໃນ​ຫົວ​ເລື່ອງ​ຕ່າງໆ​ຂື້ນ​ກັບ​ຫລາຍ​ຂົງ​ເຂດ: ການ​ເມືອງ, ກົດ​ໝາຍ, ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ເຕັກ​ນິກ, ວັດ​ທະ​ນະ​ທຳ, ສາ​ສະ​ຫ​ນາ. 


ຕອບກັບ

ຂ່າວ/ບົດ​ອື່ນ