ໄຂວາລະປະຊຸມຄັ້ງທີ3ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14

ໄຂວາລະປະຊຸມຄັ້ງທີ3ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14 - ảnh 1
ວາລະໄຂກອງປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

(vovworld) - ຕອນ​ເຊົ້າ​ວັນ​ທີ 12/9, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 14. ຄາດ​ວ່າ, ວາລະ​ປ​ະຊຸມ​ເລີ່​ມ​ແຕ່​ວັນ​ທີ 12 ຮອດ​ວັນ​ທີ 22/9. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໃຫ້​ຮູ້​ວ່າ: ​ເພື່ອ​ກະກຽມ​ໃຫ້​​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/10, ​ໃນ​ວາລະ​ປະຊຸມ​ຄັ້ງ​ທີ 3 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ຄື: ກະກຽມກອງ​ປະຊຸມ​ສະ​ໄໝ​ສາມັນ​ເທ​ື່ອ​ທີ 2, ຍື່ນ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ,ປັບປຸງ ຮ່າງ​ກົດໝາຍ 3 ສະບັບ​ທີ່​ໄດ້​ປະ​ກອບ​ຄຳ​ເຫັນທີ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ນັ້ນ​​ແມ່ນ: ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຫຼ້ືອມ​​ໃສ, ສາສະໜາ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຂາຍປະມູນລາຄາ​ຊັບ​ສິນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ 10 ສະບັບ ​ແລະ ຮ່າງ​ມະຕິ 1 ສະບັບ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2.

        ​ໃນ​ຕອນ​ເຊົ້າ​ວັນ​ທີ 12/9, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊົນ​ລະ​ປະທານ.

                                                                           


ຂ່າວ/ບົດ​ອື່ນ