ໄຂວາລະປະຊຸມເທື່ອທີ2ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14

ໄຂວາລະປະຊຸມເທື່ອທີ2ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14 - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
(ພາບ: TTXVN)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 15/08 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ວາລະ​ປະຊຸມ​ເທື່ອ​ທີ 2. ​ໃນ​ລະຫວ່າງ​ວັນ​ທີ 15 – 16/08, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຄື: ຕີ​ລາຄາ​ໝາກຜົນ​ເບື້ອງ​ຕົ້ນກ່ຽວ​ກັບ​ການຈັ​ດຕັ້ງກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ວຽກ​ງານ​ກະກຽມ​​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕຳຫລວດ​ຕາ​ແສງ ​ແລະ ບັນດາ​ເນື້ອ​ໃນ​ສຳຄັນ​ອື່ນໆ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ:

        “ວາລະ​ປະຊຸມ​ຄັ້ງ​ນີ້, ດ້ວຍ​ບັນດາ​​ເນື້ອ​ໃນ​ລຸ່ມ​ນີ້: ທີ 1 ​ແມ່ນຕີ​ລາຄາ​ໝາກຜົນ​ເບື້ອງ​ຕົ້ນກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ​ໃຫ້​ຄຳ​ເຫັນ​ເລື່ອງ​ກະກຽມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14; ທີ 2 ​ແມ່ນ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ຕຳຫລວດ​ຕາ​ແສງ. ທີ 3 ​ແມ່ນ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ທີ່​ກ່ຽວຂ້ອງ​​ເຖິງ​ເລື່ອງ​ປັບປຸງ​ແຜນການ​ທຶນ​ຕ່າງປະ​ເທດ​ປີ 2016; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ຂໍ້ສະ​​ເໜີ​ນຳ​ໃຊ້​ແຫຼ່ງທຶນພັນທະບັດ​ລັດຖະບານໄລຍະ 2012 2015 ຂອງ​ໂຄງການໜອງ ຕາ​ແຈ້​ກ ​ໃຫ້​ເໝາະ​ສົມ​ກັບຄ່າ​ຊົດ​ເຊີຍ, ຍົກຍ້າຍ​ປະຊາຊົນ​​ໄປຕັ້ງ​ຖິ່ນ​ຖານ​ຄົງ​ທີ່.

 

ຂ່າວ/ບົດ​ອື່ນ