ໄຂສັບປະດາວັດທະນະທໍາ ລາວ ປີ 2018 ຢູ່ ຫວຽດນາມ

(VOVWORLD) - ເຫດການວັດທະນະທໍານີ້ ແນໃສ່ຈຸດປະສົງ ຊ່ວຍໃຫ້ຊາວຫວຽດນາມ ມີ ໂອກາດ ເຂົ້າໃຈແຈ້ງກວ່າ ກ່ຽວກັບພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນລາວອ້າຍນ້ອງ

“ສັບປະດາວັດທະນະທໍາ ລາວ ປີ 2018 ຢູ່ ຫວຽດນາມ” ຖືກໄຂຂຶ້ນໃນຕອນຄໍ່າວັນທີ 19 ທັນວາ ຢູ່ ສູນສະແດງສິລະປະ ເອົາເກີ, ເຮືອນເລກທີ 8 ຮວິ່ງທຸກຄ໊າງ, ຮ່າໂນ້ຍ. ລາຍການ ໂດຍ ກະຊວງວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວຫວຽດນາມ  ສົມທົບກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວລາວ ຈັດຕັ້ງ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 43 ປີ ແຫ່ງວັນສະຖາປະນາປະເທດ ແຫ່ງ ສປປ ລາວ.

ໄຂສັບປະດາວັດທະນະທໍາ ລາວ ປີ 2018  ຢູ່ ຫວຽດນາມ - ảnh 1ທ່ານ ບົວເງິນ ຊາພູວົງ , ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ລາວ (ພາບ: VOV5)

        ເຫດການວັດທະນະທໍານີ້ ແນໃສ່ຈຸດປະສົງ ຊ່ວຍໃຫ້ຊາວຫວຽດນາມ ມີ ໂອກາດ ເຂົ້າໃຈແຈ້ງກວ່າ ກ່ຽວກັບພື້ນຖານວັດທະນະທໍາທີ່ເປັນເອກະລັກສະເພາະຂອງປະຊາຊົນລາວອ້າຍນ້ອງ, ດ້ວຍບັນດາລາຍການສະແດງສິລະປະຮ້ອງລໍາທໍາເພງຂອງ ກອງສິລະປະແຫ່ງຊາດລາວ. ກ່າວຄໍາເຫັນທີ່ພິທີ, ທ່ານ ບົວເງິນ ຊາພູວົງ , ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ລາວ, ໃຫ້ຮູ້ວ່າ:

        “ໃນສັບປະດາວັດທະນະທໍາຄັ້ງນີ້, ພວກຂ້າພະເຈົ້າ ຈະນໍາມາສູ່ຜູ້ຊົມບັນດາລາຍການສະແດງສິລະປະຮ້ອງລໍາທໍາເພງ ທີ່ເປັນເອກະລັກສະເພາະຂອງວັດທະນະທໍາລາວ. ນີ້ກໍແມ່ນລາຍການ ປະກອບສ່ວນສໍາຄັນໃຫ້ແກ່ການພົວພັນລະຫວ່າງກະຊວງວັດທະນະທໍາ ສອງປະເທດ. ຂ້າພະເຈົ້າຫວັງວ່າ, ລາຍການສະແດງສິລະປະນີ້ ຈະສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ກໍແມ່ນໂອກາດ ເພື່ອເພີ່ມທະວີນໍ້າໃຈສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາ”.

        ພາຍຫຼັງພິທີໄຂ, ກອງສິລະປະແຫ່ງຊາດລາວ ໄດ້ສະແດງລາຍການສິລະປະ ທີ່ເປັນເອກະລັກສະເພາະຂອງລາວຫຼາຍລາຍການ, ບັນດາບົດເພງກ່ຽວກັບສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ.

        “ສັບປະດາວັດທະນະທໍາ ລາວ ປີ 2018 ຢູ່ ຫວຽດນາມ” ຖືກຈັດຂຶ້ນຢູ່ ຮ່າໂນ້ຍ, ເຊີນລາ ແລະ ຫວິງຟຸກ ໃນລະຫວ່າງວັນທີ 18 – 24 ທັນວາ 2018.

ມິງດຶກ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ