ໄຂເວທີປາໄສຄວາມໝັ້ນຄົງ ອາຊີຕາເວັນອອກສ່ຽງເໜືອ ຄັ້ງທີ 7

(VOVWORLD) - ຜູ້ຕາງໜ້າປະມານ 150 ຄົນທີ່ມາຈາກ 20 ປະເທດ ໃນນັ້ນມີບັນດາປະເທດ ອາຊີຕາເວັນອອກສ່ຽງເໜືອ, ຕວກກີ, ອົດສະຕາລີ, ຝລັ່ງ, ການາດາ, ສະໂລວານີ, ລິດວາ ...

ວັນທີ 23 ມິຖຸນາ, ເວທີປາໄສຄວາມໝັ້ນຄົງ ອາຊີຕາເວັນອອກສ່ຽງເໜືອ ປະຈຳປີ ຫຼືຍັງເອີ້ນວ່າ “ການສົນທະນາ Ulan Bator”,  ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Ulan Bator (ປະເທດມົງໂກນ). ເຫດການນີ້ໄດ້ຈັດຕັ້ງພາຍຫຼັງຖືກໂຈະໄວ້ເປັນເວລາ 2 ປີ(2020 ແລະ 2021) ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ຜູ້ຕາງໜ້າປະມານ 150 ຄົນທີ່ມາຈາກ 20 ປະເທດ ໃນນັ້ນມີບັນດາປະເທດ ອາຊີຕາເວັນອອກສ່ຽງເໜືອ, ຕວກກີ, ອົດສະຕາລີ, ຝລັ່ງ, ການາດາ, ສະໂລວານີ, ລິດວາ ພ້ອມກັບເກືອບ 30 ອົງການສາກົນ ແລະ ບັນດາສະຖາບັນຄົ້ນຄ້ວາເຂົ້າຮ່ວມເວທີປາໄສແກ່ຍາວເປັນເວລາ 2 ວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ