ໄຂ​ເວທີ​ປາ​ໄສ​ເສດຖະກິດ​ສາກົນຝ່າຍຕາ​ເວັນ​ອອກ​ຄັ້ງ​ທີ2

ໄຂ​ເວທີ​ປາ​ໄສ​ເສດຖະກິດ​ສາກົນຝ່າຍຕາ​ເວັນ​ອອກ​ຄັ້ງ​ທີ2 - ảnh 1
ໄຂ​ເວທີ​ປາ​ໄສ​ເສດຖະກິດ​ສາກົນຝ່າຍຕາ​ເວັນ​ອອກ​ຄັ້ງ​ທີ2

(vovworld) - ວັນ​ທີ 02/09 ​ເວທີ​ປາ​ໄສ​ເສດຖະກິດ​ສາກົນ​ຝ່າຍຕາ​ເວັນ​ອອກ​ຄັ້ງ​ທີ 2 (EEF) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະຄອນທ່າ​ກ່ຳ​ປັ່ນ Vladivostok ຂອງ​ສະຫະພັນ ລັດ​ເຊຍ ​ແລະ ຈະ​ແກ່ຍາວ​ຮອດ​ວັນ​ທີ 03/09. ​ເວທີ​ປາ​ໄສ​ໄດ້​ຈັດ​ຕັ້ງ​ຕາມລັດຖະດຳລັດ​ຂອງ​ທ່ານ​ປະທານາທິບໍດີ ລັດເຊຍ Vladimir Putin, ດ້ວຍ​ຈຸດໝາຍ​ຊຸດ​ຍູ້​ການ​ພັດທະນາ​ເສດຖະກິດ​ເຂດ​ຕາ​ເວັນ​ອອກ​ໄກ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ສາກົນ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ໃນ​ຄັ້ງ​ນີ້ ມີ​ຜູ້​ແທນ​ປະມານ 2.500 ທ່ານ​ທີ່​ມາ​ຈາກ ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ສິງກະ​​ໂປ, ຫວຽດນາມ ​ແລະ ຫລາຍ​ປະ​ເທດ​ອື່ນໆ​ອີກ. ຄະນະ​ຜູ້​ແທນ ຫວຽດນາມ ລວມມີ​ຜູ້ຕາງໜ້າ​ຫລາຍ​ທ່ານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າ, ກະຊວງ​ສາທາລະນະ​ສຸກ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ສະ​ຖາ​ກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ Vladivostok.

ຂ່າວ/ບົດ​ອື່ນ