ໄຂເຫດການວັນ ສ. ເກົາຫຼີ ຢູ່ແຂວງກວາງນາມ

(VOVWORLD) - ແຂວງ ກວາງນາມ ແມ່ນທ້ອງຖິ່ນ ໄດ້ຮັບທຶນຊ່ວຍເຫຼືອລ້າ ODA ຫຼາຍທີ່ສຸດຂອງລັດຖະບານ ສ. ເກົາຫຼີ ດ້ວຍຈຳນວນເງິນກ່ວາ 41 ລ້ານ USD. 
 
ໄຂເຫດການວັນ ສ. ເກົາຫຼີ ຢູ່ແຂວງກວາງນາມ - ảnh 1 ນັກສິລະປິນ ສ. ເກົາຫຼີ ສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 15 ທັນວາ, ຢູ່ນະຄອນ ຕາມກີ່, ແຂວງກວາງນາມໄດ້ຈັດຕັ້ງເຫດການວັນ ສ. ເກົາຫຼີ ຢູ່ ກວາງນາມ. ກ່າວຄຳເຫັນທີ່ພິທີໄຂ,ທ່ານ ເລຈີ່ແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ ໃຫ້ຮູ້ວ່າ: 25 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ສ. ເກົາຫຼີ ບັນລຸໄດ້ໝາກຜົນ ແລະ ແງ່ຫວັງອັນດີງາມ. ແຂວງ ກວາງນາມ ແມ່ນທ້ອງຖິ່ນ ໄດ້ຮັບທຶນຊ່ວຍເຫຼືອລ້າ ODA ຫຼາຍທີ່ສຸດຂອງລັດຖະບານ ສ. ເກົາຫຼີ ດ້ວຍຈຳນວນເງິນກ່ວາ 41 ລ້ານ USD. ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດ, ປະຈຸບັນ, ສ. ເກົາຫຼີ ແມ່ນປະເທດມີຈຳນວນວິສາຫະກິດລົງທຶນໃຫຍ່ທີ່ສຸດໃນບໍລິເວນແຂວງ, ດ້ວຍວິສາຫະກິດ 31 ແຫ່ງພວມເຄື່ອນໄຫວຢູ່ບັນດາເຂດ, ກຸ່ມອຸດສາຫະກຳ, ຍອດເງິນລົງທຶນທັງໝົດເກືອບ 250 ລ້ານ USD.

        ໃນຂົງເຂດການທ່ອງທ່ຽວ, ສ. ເກົາຫຼີ ຍາມໃດກໍ່ນອນໃນ TOP 5 ປະເທດມີຈຳນວນແຂກທ່ອງທ່ຽວໄປທ່ຽວ ກວາງນາມ ຫຼາຍທີ່ສຸດ. ທ່ານເລຈີ໋ແທງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງນາມ, ຢັ້ງຢືນວ່າ:

        “ນີ້ແມ່ນຄັ້ງທຳອິດ ທີ່ທ້ອງຖິ່ນຂັ້ນແຂວງໄດ້ສົມທົບກັບສະຖານທູດ ສ. ເກົາຫຼີ ປະຈຳ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເຫດການພົວພັນແລກປ່ຽນຮ່ວມມືສາກົນສຳຄັນ ໃນຫຼາຍຂົງເຂດ. ແຂວງ ກວາງນາມ ຍາມໃດກໍ່ເອົາໃຈໃສ່ຮັກສາການພົວພັນອັນດີງາມລະຫວ່າງທ້ອງຖິ່ນກັບບັນດາອົງການທູຕານຸທູດຂອງ ສ. ເກົາຫຼີ ແລະ ບັນດາອົງການຂອງ ສ. ເກົາຫຼີ ປະຈຳ ຫວຽດນາມ. ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍການພົວພັນແລກປ່ຽນວັດທະນະທຳ, ພົວພັນແລກປ່ຽນປະຊາຊົນລະຫວ່າງບັນດາອົງການ, ຫົວໜ່ວຍທ້ອງຖິ່ນຂອງ ສ. ເກົາຫຼີ ແລະ ແຂວງ ກວາງນາມ ກໍ່ໄດ້ດຳເນີນເປັນປະຈຳ ແລະ ດ້ວຍນ້ຳໃຈມິດຕະພາບ.”

ຕອບກັບ

ຂ່າວ/ບົດ​ອື່ນ