ໄຊຊະນະ ຟາດ​ຊິດ ​ແມ່ນ​ຜົນງານ​ລວມຂອງ​ບັນດາປະຊາ​ຊາດ​ກ້າວໜ້າ

(VOVWORLD) -ວັນທີ 9 ພຶດສະພາ, ໂລກໄດ້ສະເຫຼີມສະຫຼອງວັນໄຊຊະນະຟາດຊິດ ຄົບຮອບ 75 ເຊິ່ງເປັນວັນໄຊຊະນະລວມຂອງທຸກປະເທດຮັກຫອມສັນຕິພາບໃນໂລກ, ວັນຕີປະລາໄຊລັດທິຟາດຊິດ ແລະ ຢຸດຕິສົງຄາມໂລກຄັ້ງທີ 2. ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ, ວັນທີ 9 ພຶດສະພາ, ບັນດາການເຄື່ອນໄຫວຖືກດໍາເນີນໃນທົ່ວປະເທດ ລັດເຊຍ ດ້ວຍຫຼາຍຮູບຫຼາຍແບບ.

          ໃນຂະນະນັ້ນ, ວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ເຢຍລະມັນ Frank – Walter Steinmeier ພ້ອມກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ວາງພວງມາລາຢູ່ເຂດອະນຸສາວະລີ ບັນດາຜູ້ປະສົບເຄາະຮ້າຍຂອງລະບອບຟາດຊິດ ເຢຍລະມັນຢູ່ນະຄອນຫຼວງ Berlin. ທ່ານປະທານາທິບໍດີ ເຢຍລະມັນ ຖືວ່າ ໂລກ ຕ້ອງຖອດຖອນບົດຮຽນຈາກ ອະດີດ ແລະ ພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃນປັດຈຸບັນ.

        ໃນວັນດຽວກັນ, ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ໂອ້ລົມທາງໂທລະສັບກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump. ການນໍາສອງທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສໍາຄັນຂອງເລື່ອງຕ້ອງຮັກສາຄວາມຊົງຈໍາກ່ຽວກັບການສູ້ຮົບກ່ອນນີ້ 75 ປີ ກໍຄືຄຸນຄ່າຂອງເຫດການນີ້.

        ກອງທັບອາກາດ ລາຊະອານາຈັກ ອັງກິດ ກໍໄດ້ຈັດຕັ້ງການສະແດງກໍາລັງກອງທັບອາກາດຢູ່ເທິງທ້ອງຟ້າ ລອນດອນ ເພື່ອສະເຫຼີມສະຫຼອງເຫດການດັ່ງກ່າວ.

         

ຕອບກັບ

ຂ່າວ/ບົດ​ອື່ນ