ໄທ ກໍານົດວັນເວລາ ຈັດຕັ້ງພິທີຂຶ້ນຄອງລາດຂອງພະບາດສົມເດັດພະເຈົ້າມະຫາຊີວິດ ລາຊະການ X

(VOVWORLD) - ພະບາດສົມເດັດພະເຈົ້າມະຫາຊີວິດ ວາຊີລາລົງກອນ ຈະປົກຄອງປະເທດຢ່າງເປັນທາງການນັບແຕ່ວັນທີ 4 ມັງກອນ 2019 ເປັນຕົ້ນໄປ
ໄທ ກໍານົດວັນເວລາ ຈັດຕັ້ງພິທີຂຶ້ນຄອງລາດຂອງພະບາດສົມເດັດພະເຈົ້າມະຫາຊີວິດ ລາຊະການ X - ảnh 1ທ່ານ ຫງວຽນຫາຍບັງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໄທ ຍື່ນສານແຕ່ງຕັ້ງ ເຖິງ ພະບາດສົມເດັດພະເຈົ້າມະຫາຊີວິດ ມະຫາ  ວາຊີລາລົງກອນ (ພາບ: TTXVN)

ພະບໍລົມວົງສານຸວົງໄທ ປະກາດວ່າ ພະບາດສົມເດັດພະເຈົ້າມະຫາຊີວິດ ມະຫາ  ວາຊີລາລົງກອນ ລາຊະການທີ X ໄດ້ໃຫ້ສັດຕະຍາບັນກ່ຽວກັບວັນເວລາຈັດຕັ້ງພິທີຂຶ້ນຄອງລາດເປັນເວລາ 03 ວັນ, ແຕ່ວັນທີ  4 – 6 ພຶດສະພາ 2019. ຕາມນັ້ນແລ້ວ, ພະບາດສົມເດັດພະເຈົ້າມະຫາຊີວິດ ວາຊີລາລົງກອນ ຈະປົກຄອງປະເທດຢ່າງເປັນທາງການນັບແຕ່ວັນທີ 4 ມັງກອນ 2019 ເປັນຕົ້ນໄປ. ພາຍຫຼັງພິທີຂຶ້ນຄອງລາດ, ພະບາດສົມເດັດພະເຈົ້າມະຫາຊີວິດ ຈະສະເໜີຕົວຕໍ່ປະຊາຊົນໄທ ແລະ ຄະນະທຸຕານຸທູດ.

        ພະບາດສົມເດັດພະເຈົ້າມະຫາຊີວິດ ວາຊີລາລົງກອນ ລາຊະການທີ X ຈະມີສິດອໍານາດໃນຕໍາແໜ່ງເປັນພະລາຊາ ເພື່ອເຊັນປະກາດໃຊ້ກົດໝາຍ, ເປັນສັກຂີພິຍານບັນດາເຈົ້າໜ້າທີ່ສາບານຕົວຮັບດໍາລົງຕໍາແໜ່ງ ແລະ ມີບົດບາດເປັນປະມຸກລັດຂອງໄທ. ທ່ານກໍແມ່ນຜູ້ນໍາໜ້າໃນຖານະນາມຂອງກອງທັບ, ສານ ແລະ ລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ