ໄທ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນ ສັນຍາຊຸກຍູ້ການພົວພັນສອງຝ່າຍ

ໄທ ແລະ ສ.ເກົາຫຼີ ໃຫ້ຄຳໝັ້ນ ສັນຍາຊຸກຍູ້ການພົວພັນສອງຝ່າຍ - ảnh 1
ທ່ານ​ປະທານາທິບໍດີ​ສ.​ເກົາຫຼີ ​Lee Myung bak ​ແລະ
ທ່ານ​ນາງ​ນາຍົກລັດ​ຖະມົນຕີ ​ໄທ ຍິງຣັກ ສິນ​ນະ​ວັດ
(ພາບ: vtv.vn)


(vovworld) -     ວັນ​ທີ 10/11, ​ໃນ​ການ​ເດີນທາງຢ້ຽມຢາມ ​ໄທ ​ຢ່າງເປັນ​ທາງ​ການ​ໃນ​ເວລາ 3 ວັນ, ທ່ານ​ປະທານາທິບໍດີ​ສ.​ເກົາຫຼີ ​Lee Myung bak ​ແລະ ທ່ານ​ນາງ​ນາຍົກລັດ​ຖະມົນຕີ ​ໄທ ຍິງຣັກ ສິນ​ນະ​ວັດ ​ໄດ້​ລົງ​ນານ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດການ​ເມືອງ, ​ເສດຖະກິດ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ວັດທະນະທຳ - ສັງຄົມ; ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ມູນ​ຄ່າ​ການ​ແລກປ່ຽນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ກັບ 2 ​ເທົ່າ ​ແມ່ນ 30 ຕື້ USD ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ. ​ໃນ​ການ​ພົບ​ປະ​ສອງ​ຝ່າຍ, ການ​ນຳ​ສອງ​ຝ່າຍ​ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ ASEAN +3, ກອງ​ປະຊຸມ​ສຸດ​ຍອດ​​ອາຊີຕາ​ເວັນ​ອອກ (EAS) ​ແລະ ​ເວທີ​ປາ​ໄສ​ອາ​ຊຽນ (ARF). ​ໄທ ​ແລະ ກ.​ເກົາຫຼີ ​ເປັນ​ເອກະ​ພາບ​ນຳ​ກັນ​ຍູ້​ແຮງ​ວິວັດ​ການ​ຮັບ​ຮອງ​ເອົາ​ແຜນ​ພັດທະນາ​ເສດຖະກິດ​ການ​ຄ້າ​ປີ 2013 – 2017, ຜັນ​ຂະຫຍາຍ​ບັນດາ​ແຜນການ​​ຫຼຸດຜ່ອນ​ຮົ້ວກີດຂວາງ​ດ້ານ​ການ​ຄ້າໂດ​ຍ​ໄວ້, ຟື້ນ​ຟູ​ຄະນະ​ກຳມະການ​ການ​ຄ້າ​ຮ່ວມ ​ເພື່ອ​ຄຸ້ມ​ຄອງ​ບັນດາ​ການ​ເຈລະຈາ​ການ​ຄ້າ​ສອງ​ຝ່າຍ. ສອງ​ປະ​ເທດ​ກໍ​ຕົກລົງ​ພ້ອມ​ກັນ​ຈັດ​ຕັ້ງ​ການ​ຝຶກ​ຊ້ອມ​ປ້ອງ​ກັນ ​ແລະ ຕ້ານ​ໄພພິບັດ​ໃນ​ຂອບ​ເຂດ ARF ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ