ໄທ ໃຫ້ສັນຊາດໃຫ້ສະມາຊິກທິມບານເຕະເຍົາວະຊົນ 04 ຄົນ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງ

(VOVWORLD) -ວັນທີ 8 ສິງຫາ, ໄທໄດ້ໃຫ້ສັນຊາດແກ່ສະມາຊິກທິມບານເຕະເຍົາວະຊົນ 03 ຄົນ ພ້ອມກັບຄູຝຶກຄົນໜຶ່ງ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງເມື່ອເດືອນແລ້ວນີ້. ເຈົ້າໜ້າທີ່ເມືອງ ແມ່່ສາຍ ໄດ້ອອກບັດປະຈໍາຕົວໃຫ້ແກ່ບັນດາສະມາຊິກດັ່ງກ່າວ ພ້ອມກັບ ບຸກຄົນອື່ນຈໍານວນ 30 ຄົນ.  ວົງການເຈົ້າໜ້າທີ່ທ້ອງຖິ່ນ ຢັ້ງຢືນວ່າ ການຜັນແປດັ່ງກ່າວ ບໍ່ໄດ້ກ່ຽວຂ້ອງເຖິງເຫດການກູ້ໄພກູ້ຊີບ ແລະ ບັນດາສະມາຊິກນັ້ນ ລ້ວນແຕ່ມີເງື່ອນໄຂຄົບຖ້ວນເພື່ອຖືສັນຊາດໄທ.

ໄທ ໃຫ້ສັນຊາດໃຫ້ສະມາຊິກທິມບານເຕະເຍົາວະຊົນ 04 ຄົນ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງ - ảnh 1 lສະມາຊິກທິມບານເຕະເຍົາວະຊົນໄທ ທີ່ໄດ້ກູ້ໄພອອກຈາກຖໍ້າຫຼວງ

(ພາບ: TTXVN)

ຕາມອົງການສະຫະປະຊາຊາດກ່ຽວກັບຊາວລີ້ໄພແລ້ວ, ຄາດວ່າ  ມີຜູ້ບໍ່ມີສັນຊາດຢູ່ປະເທດໄທ ປະມານ 480.000 ຄົນ. ຈໍານວນຄົນເຫຼົ່ານັ້ນ ສ່ວນຫຼາຍແມ່ນມາຈາກບັນດາກົກເຫຼົ່າ ຢູ່ເທິງພູ ແລະ ບັນດາຊາວເຜົ່າອື່ນທີ່ດໍາລົງຊີວິດຢູ່ເຂດຊາຍແດນໄທ, ມຽນມາ, ລາວ ແລະ ຈີນ ແຕ່ຫຼາຍສະຕະວັດກ່ອນ. ກົດໝາຍຂອງໄທໄດ້ກໍານົດວ່າ ປະຊາຊົນທີ່ຍົກຍ້າຍຖິ່ນຖານມາຢູ່ປະເທດໄທກ່ອນປີ 1999 ຫຼືເດັກນ້ອຍທີ່ເກີດຢູ່ປະເທດນີ້ກ່ອນປີ 1992 ແມ່ນສາມາດຈົດທະບຽນຂໍຖືສັນຊາດໄທໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ