ໄທຂົນຂວາຍໃຫ້ການ ອອກສະໝັກຮັບເລືອກຕັ້ງ ເປັນກຳມະການ ສະພາຄວາມໝັ້ນຄົງ ສປຊ

ໄທຂົນຂວາຍໃຫ້ການ ອອກສະໝັກຮັບເລືອກຕັ້ງ ເປັນກຳມະການ ສະພາຄວາມໝັ້ນຄົງ ສປຊ - ảnh 1
ປະ​ເທດ​ໄທ

(ພາບປະກອບ)

(vovworld)-​​​​ວັນ​ທີ 16/8, ທ່ານ​ສຸ​ຣາ​ພົງ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ​ໄດ້​ເປັນປະທານ​ພິທີ​ໄຂ​ບັ້ນ​ໂຄສະນາຂົນຂວາຍການ​ສະໜັບ ສະໜູນ​ຂອງ​ສາກົນ​ກ່ຽວ​ກັບ​ເລື່ອງ​ໄທ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ກຳມະການບໍ່​ປະຈຳການ​ຂອງ ສະພາ​ຄວາມໝັ້ນຄົງ ສປຊ ອາຍຸ​ການ 2017-2018. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີສຸຣາພົງ ​ເນັ້ນໜັກ​ວ່າ: ດ້ວຍ​ຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ​ປານ​ກາງ ​ແລະ ​ແມ່ນ​ສະມາຊິກ​ຂອງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015, ​ໄທ ມີ​ຄວາມ​ເໝະສົມເປັນ​ກຳມະການບໍ່​ເປັນ​ປະຈຳ​ຂອງ ສະພາ​ຄວາມໝັ້ນຄົງ ສປຊ. ຖ້າ​ຫາກ​ວ່າ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ​ໄທ ຈະ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ສ້າງສັນ​ສຳລັບ​ວຽກ​ງານ​ຂອງສະພາ​ຄວາມໝັ້ນຄົງ ສປຊ, ພິ​ເສດ, ​ໃນ​ພາລະ​ກຳ​ແກ້​ໄຂ​ບັນດາ​ບັນຫາ​ສັນຕິພາບ ​ແລະ ການ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ. ພ້ອມ​ກັນນັ້ນ ລັດຖະບານ​ໄທ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ແລະ ບັນດາ​ຊັ້ນຄົນ​ໃນ​ສັງຄົມ​ໄທ.

 

 

ຂ່າວ/ບົດ​ອື່ນ