ໄທຕົກລົງຈັດຕັ້ງການເລືອກຕັ້ງຄືນໃໝ່ຢູ່ສະຖານທີ່ປ່ອນບັດຫຼາຍແຫ່ງ

ໄທຕົກລົງຈັດຕັ້ງການເລືອກຕັ້ງຄືນໃໝ່ຢູ່ສະຖານທີ່ປ່ອນບັດຫຼາຍແຫ່ງ - ảnh 1
(ພາບປະກອບຈາກ VOAnews)

(vovworld) – ວັນ​ທີ 7/2, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ (EC) ​ໄດ້​ຕົກລົງຈັດ​ຕັ້ງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ໃໝ່​ຢູ່​ບັນດາ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອຮັບ​ໃຊ້​ໃຫ້​ແກ່​ກາ​ນ​ປ່ອນ​ບັດ​ກ່ອນ​ກຳນົດ​ເວລາ​ໃນ​ວັນ​ທີ 26/1 ທີ່​ຜ່ານ​ມາ ​ແລະ ​ໃຫ້ 10.284 ສະຖານ​ທີ່​ປ່ອນ​ບັດ​ທີ່​ຖືກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປິດ​ລ້ອມ​ໃນ​ການ​ເລືອກຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 2/2 ຜ່ານ​ມາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈຸດ​ເວລາ​ລະອຽດ​ເພື່ອ​ດຳ​ເນີນ​ການ​ປ່ອນ​ບັດ​ຄັ້ງ​ໃໝ່​ບໍ່​ທັ​ນ​ໄດ້​ຮັບ​ການ​ປະກາດ​ເທື່​ອ. ກຳມະການ EC ທ່ານ ສົມ​​ຊາຍ ສີ​ສຸດທິ​ຢາກ​ອນ ​ໃຫ້​ຮູ້​ວ່າ: ຈະ​ບໍ່​ດຳ​ເນີນ​ການ​ປ່ອນ​ບັດ​ຄືນ​ໃໝ່​ຢູ່​ບັນດາ​ສະຖານ​ທີ່​​ໄດ້​ດຳ​​ເນີນ​ການປ່ອນ​ບັດ​ແລ້ວ​​ແຕ່​ບໍ່​ທັນ​ສຳ​ເລັດ, ​ຫາກ EC ຈະ​ດຳ​ເນີນການ​ນັບ​ບັດ​ເລືອກຕັ້ງ​ເຊິ່ງ​ໄດ້​ຮັບ​ການ​ປ່ອນ​ບັດ​ຢ່າງ​ຖືກ​ຕ້ອງຕາມ​ລະບຽບ​ການ.  ນອກຈາກ​ນັ້ນ, EC ກໍ່​ຮຽກຮ້ອງ​ໃຫ້​ລັດຖະບານ​ຊົ່ວຄາວ​ປະກາດ​​ໃຊ້​ລັດຖະດຳລັດ​ລາຊະ​ອານາຈັກ​ສະ​ບັບ​ໃໝ່​ເພື່ອ​ກຳນົ​ດຈຸດ​ເວລາ​ເລືອກ​ຕັ້ງ​ໃໝ່​ໃຫ້ 28 ສະຖານ​ທີ່​ປ່ອນ​ບັດ​ຢູ່ 8 ​ແຂວງ​ບໍ່​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຈົດ​ທະບຽນ​ຍ້ອນ​ຖືກ​​​​ຜູ້​ແຫ່​ຂະ​ບວນປະ​ທ້ວງກີດຂວາງ.

    ກ່ຽວ​ຂ້ອງ​ເຖິງ​ສະພາບ​ການ​ການ​ເມືອງ​ສັບສົນ​ຢູ່ ​ໄທ, ວັນ​ທີ 7/2, ກຸ່ມ​ຊາວ​ກະສິກອນ 200 ຄົນ​ທີ່​ແຫ່​ຂະ​ບວນປະ​ທ້ວງ​ຢູ່ ບາງກອກ ​ໄດ້​ກຳນົດ​ຈຸດ​ເວລາ​ສຸດທ້າຍ​ຮຽກຮ້ອງ​ໃຫ້ລັດຖະບານ ​ໄທ ຕ້ອງ​ຊຳລະ​ເງິນ​ຊື້​ເຂົ້າສານ​ຊ້າ​ສຸດ​ແມ່ນ​ໃນ​ວັນ​ທີ 15/2 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ