ໄທປະກາດຈຸດເວລາຖອນທະຫານອອກຈາກພາກໃຕ້

ໄທປະກາດຈຸດເວລາຖອນທະຫານອອກຈາກພາກໃຕ້ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຈາ
(ພາບ​ປະ​ກອບ)

(vovworld) – ວັນ​ທີ 2/3, ຜູ້​ບັນ​ຊາ​ການສູງ​ສຸດ​ຂອງກອງ​ທັບ ໄທ, ທ່ານ ຟອງ​ຣະ​ພົງ ສະ​ຫງ່າ​ເນັດ ຖະ​ແຫຼງວ່າ: ກອງ​ທັບ​ປະ​ເທດນີ້​ຈະ​ເລີ່ມ​ຖອນ​ທະ​ຫານ​ຢູ່​ພາກ​ໃຕ້ ທີ່​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ເດືອນ 4 ຈະ​ມາ​ເຖິງ. ກ່າ​ວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ກັບ​ຜູ້​ບັນ​ຊາ​ການ​ຂອງ 3 ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ່ພາກ​ເໜືອ, ພາກ​ກາງ ແລະ ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ນາຍ​ພົນ ຟອງ​ຣະ​ພົງ ຢັ້ງ​ຢືນ​ວ່າ: ເລື່ອງ ຖອນ​ທະ​ຫານ​ຈະ​ໄດ້​ດຳ​ເນີນ​ຕາມ​ແຜນ​ການ. ປະ​ຈຸ​ບັນ, ລັດ​ຖະ​ບານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣາ​ຢຸດ ຈັນ​ໂອ​ຈາ ມີ​ແຜນ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ກຸ່ມ​ລຸກ​ຮື້​ຂຶ້ນ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່ 3 ແຂວງ​ພາກ​ໃຕ້​ຂອງ ໄທ. ເຂດ​ໃຕ​້​ສຸດ​ຂອງ ໄທ, ໃນ​ນັ້ນ​ມີ​ບ​າງ​ບ່ອນ ​ມີ​ປະ​ຊາ​ຊົນຖ​ື​ສາ​ສະ​ໜາ ມຸດ​ສະ​ລິມ ດຳ​ລົງ​ຊີ​ວິດ​ເປັນ​ຈຳ​ນວນຫຼວງຫຼາຍ, ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຍ້ອນ​ບັນ​ດາ​ການ​​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ແຕ່​ເດືອນ 1/2004. ຕາມ​ການ​ສະ​ຖິ​ຕິ​ຂອງກອ​ງ​ທັບ​ໄທ ແລ້ວ, ໃນ​ໜຶ່ງ​ທົ​ດ​ສະ​ວັດ​ຜ່ານ​ມາ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ພາກ​ໃຕ້​ປະ​ເທດນີ້​ໄດ້​ເຮັດ​ໃຫ້ປະ​ມານ 6.000 ຄົນ​ເສຍ​ຊີ​ວິດ ແລະ 10.600 ຄົນ​ຖືກ​ຮັບ​ບາດ​ເຈັບ.

 


ຂ່າວ/ບົດ​ອື່ນ