ໄທຢືນຢືນທ່ານນາງຍິ່ງຣັກ ຊີນນະວັດ ພວມອາໄສຢູ່ອັງກິດ

(VOVWORLD) - ກະຊວງການຕ່າງປະເທດໄທ ໄດ້ຢັ້ງຢືນຂໍ້ມູນຂ່າວກ່ຽວກັບເລື່ອງທ່ານນາງອະດີດນາຍົກລັດຖະມົນຕີໄທ ຍິ່ງຣັກ ຊີນນະວັດ ວ່າປະຈຸບັນພວມຢູ່ອັງກິດ ພາຍຫຼັງບັນດາພາບຖ່າຍໄດ້ແຜ່ລາມທາງສື່ສັງຄົມອອນລາຍ ໄດ້ຊີ້ໃຫ້ເຫັນວ່າ

ໄທຢືນຢືນທ່ານນາງຍິ່ງຣັກ ຊີນນະວັດ ພວມອາໄສຢູ່ອັງກິດ - ảnh 1 ທ່ານນາງອະດີດນາຍົກລັດຖະມົນຕີໄທ ຍິ່ງຣັກ ຊີນນະວັດ

(ພາບປະກອບ: Reuters/TTXVN)

ທ່ານນາງພວມຢູ່ນະຄອນຫຼວງລອນດອນ. ວັນທີ 09 ມັງກອນ, ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ພຣະມຸດວິໄລ ໃຫ້ຮູ້ວ່າ, ທ່ານນາງ ຍິ່ງຣັກ ຊີນນະວັດ ຢູ່ລອນດອນນັບແຕ່ເດືອນ ກັນຍາ 2017. ລັດຖະບານໄທ ພວມຕີລາຄາສະພາບການ ຕໍ່ໜ້າຍົກອອກຂໍ້ຕົກລົງກ່ຽວກັບເລື່ອງຮຽກຮ້ອງອັງກິດ ພາຕົວທ່ານນາງ ຍິ່ງຣັກ ຊີນນະວັດ ກັບມາປະເທດ ເພື່ອປະຕິບັດຄະດີຈຳຄຸກຫຼືບໍ່.

        ວັນທີ 27 ກັນຍາ 2017, ສານສູງສຸດໄທ ໄດ້ຄັດສິນຄະດີໂດຍບໍ່ມີໜ້າທ່ານນາງ ຍິ່ງຣັກ ຊີນນະວັດ, ຖືກຈຳຄຸກເປັນເວລາ 5 ປີ ຍ້ອນບໍ່ຕັ້ງໃຈຄຸ້ມຄອງໂຄງການໜູນຊ່ວຍລາຄາເຂົ້າສານ. ທ່ານນາງ ຍິ່ງຣັກ ຊີນນະວັດ ໄດ້ຫຼົບຫຼີບໍ່ເຂົ້າຮ່ວມການປະຊຸມສານພິພາກສາວາລະສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ