ໄທເລີ່ມຕົ້ນການພິພາກສາຝ່າຍເສື້ອເຫລືອງປິດລ້ອມສະຫນາມເມື່ອປີ2008

ໄທເລີ່ມຕົ້ນການພິພາກສາຝ່າຍເສື້ອເຫລືອງປິດລ້ອມສະຫນາມເມື່ອປີ2008 - ảnh 1
ພາບ​ປະ​ກອບ:internet

(vovworld)- ວັນ​ທີ  1/ 2, ສານ​ອາ​ຍາໄທ ໄດ້​ເລີ່ມ​ຕົ້ນ​ການ​ພິ​ຈາ​ລະ​ນາ​ບັນ​ດາ​ພະ​ຍານ​ຫລັກ​ຖານ ແລະ ປັດ​ໄຈ​ທີ່​ກ່ຽວ​ຂ້ອງ​ໂດຍ​ນັກ​ໄອ​ຍະ​ການ​ແຫ່ງ​ລັດ ຍື່​ນ​ສະ​ເຫນີ​ເພື່ອ​ຕ້ານ​ຄືນ 98 ຄົນ​ທີ່​ຂຶ້ນ​ກັບ​ຝ່າຍ​ເສື້ອ​ເຫລືອງ ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ກໍ​ລະ​ນີ​ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ​ໄດ້​ປິດ​ລ້ອມ​ບັນ​ດາ​ສະ​ຫນາມ​ບິນ ດອນ​ເມືອງ ແລະ ​ສຸ​ວັນ​ນະ​ພູມ ເມື່ອ​ປີ 2008. ໃນ​ຈຳ​ນ​ວນ​ຈຳ​ເລີຍນັ້ນ ມີ 2 ຄົນ​ແມ່ນ​ການ​ນຳ​ຂອງ​ພັນ​ທະ​ມິດ​ປະ​ຊາ​ຊົນ​ເພື່ອ​ປະ​ຊາ​ທິ​ປະ​ໄຕ (PAD) ຖືກ​ກ່າວ​ຜູກ​​ຫາ​ ບັນ​ດາ​ໂທດ​ກໍ່​ການ​ຮ້າຍ, ເຕົ້າ​ໂຮມ​ຢ່າ​ງ​ຜິດ​ກົດ​ໝາຍ ແລະ​ທຳ​ລາຍ​ສັນ​ຕິ​ພາບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ປະ​ເທດ​ຊາດ ຍ້ອນ​ໄດ້​ຊີ້​ນຳ​ການ​ປິດ​ລ້ອມ​ສະ​ຫນາມ​ບິນ 2 ແຫ່ງ​ດັ່ງ​ກ່າວ​ໃນ​ກະ​ແສ​ຟອງ​ແຫ່​ຂະ​ບວນ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ຂອງ ຝ່າຍ​ເສື້ອ​ແດງ.  ສານ​ອາ​ຍາ​ໄທ ໃຫ້​ຮູ້​ວ່າ: ໄດ້​ກຳ​ນົດ​ເວ​ລາ​ຈັດ​ຕັ້ງ​ການຮັບ​ເອົາ​ຄຳ​ໃຫ້​ການ​ຂອງ​ບັນ​ດາ​ຕົ​ວພະ​ຍານ​ຂອງ​ຝ່າຍ​ໂຈດ​ໃນ​ວັນ​ທີ 20/10

 

ຂ່າວ/ບົດ​ອື່ນ