ໄພ​ເງິນ​ເຟີ້ ຂອງ Eurozone ຫຼຸດ​ລົງ​ ຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ການ​ຄາດ​ຄະ​ເນ

(VOVWORLD) -ໄພເງິນເຟີ້ຂອງ Eurozone ພວມຫຼຸດລົງຢ່າງແຮງ ພາຍຫຼັງຢັ້ງຢືນລະດັບເພີ່ມຂຶ້ນບັນລຸສະຖິຕິແມ່ນ 10,6% ໃນເດືອນຕຸລາ ປີ 2022, ທົບ 5 ເທົ່າເມື່ອທຽບໃສ່ກັບລະດັບໄພເງິນເຟີ້ໂດຍທະນາຄານສູນກາງ ເອີລົບ (ECB) ຍົກອອກ.
ໄພ​ເງິນ​ເຟີ້ ຂອງ Eurozone ຫຼຸດ​ລົງ​ ຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ການ​ຄາດ​ຄະ​ເນ - ảnh 1ພາບປະກອບ: Reuters

ວັນທີ 1 ກຸມພາ, ອົງການສະຖິຕິຂອງ ສະຫະພາບ ເອີລົບ (Eurostat) ໄດ້ປະກາດຂໍ້ມູນເບື້ອງຕົ້ນ ເຊິ່ງສະແດງໃຫ້ເຫັນວ່າ ອັດຕາໄພເງິນເຟີ້ຂອງ ເຂດນຳໃຊ້ສະກຸນເງິນ ເອີໂຣ (Eurozone) ໄດ້ຫຼຸດລົງເປັນເດືອນທີ 3 ຢ່າງລຽນຕິດ, ລົງເຫຼືອພຽງ 8,5%ໃນເດືອນມັງກອນ ປີ 2022. ລະດັບໄພເງິນເຟີ້ດັ່ງກ່າວຕ່ຳກ່ວາ ລະດັບ 9,2% ຂອງເດືອນທັນວາ ປີ 2022 ແລະ ຕ່ຳກວ່າລະດັບຄາດຄະເນແມ່ນ 9% ໂດຍສຳນັກຂ່າວສານ Reuters ຍົກອອກມາ. ອັດຕາໄພເງິນເຟີ້ຫຼຸດລົງ ຍ້ອນລາຄາພະລັງງານຫຼຸດລົງໃນເດືອນຜ່ານມາ, ເພີ່ມຂຶ້ນພຽງແຕ່ 17,2% ຕ່ຳກ່ວາເມື່ອທຽບໃສ່ກັບລະດັບເພີ່ມຂຶ້ນ 25,5% ຂອງເດືອນທັນວາ ປີ 2022.

ໄພເງິນເຟີ້ຂອງ Eurozone ພວມຫຼຸດລົງຢ່າງແຮງ ພາຍຫຼັງຢັ້ງຢືນລະດັບເພີ່ມຂຶ້ນບັນລຸສະຖິຕິແມ່ນ 10,6% ໃນເດືອນຕຸລາ ປີ 2022, ທົບ 5 ເທົ່າເມື່ອທຽບໃສ່ກັບລະດັບໄພເງິນເຟີ້ໂດຍທະນາຄານສູນກາງ ເອີລົບ (ECB) ຍົກອອກ.

ຕອບກັບ

ຂ່າວ/ບົດ​ອື່ນ