ໜັງ​ສື​ພິມ ອາ​ນເຊ​ຣີ ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ທີ່​ມີ​ຕໍ່​ຂະ​ບວນ​ການ​ປົດ​ປ່ອຍ​ໃນ​ທົ່ວ​ໂລກ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110ປີ (25/08/1911 – 25/08/2021), ໜັງສືພິມ ແລະ ເວັບໄຊລາຍໃຫຍ່, ມີອິດທິຜົນຊື່ສຽງຂອງ ອານເຊຣີ ໄດ້ລົງຂ່າວເປັນຈຳນວນຫຼາຍກ່ຽວກັບເຫດການນີ້. 
ໜັງ​ສື​ພິມ ອາ​ນເຊ​ຣີ ຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາບ ທີ່​ມີ​ຕໍ່​ຂະ​ບວນ​ການ​ປົດ​ປ່ອຍ​ໃນ​ທົ່ວ​ໂລກ - ảnh 1ພົນເອກ ຫວໍງວຽນຢາບ ຊີ້ນຳກອງປະຊຸມຂອງກອງບັນຊາການທະຫານ ກ່ອນດຳເນີນບັ້ນຮົບ ດ້ຽນບຽນຝູ 1954 (ພາບເອກະສານ: TTXVN)

ບັນດາບົດຂຽນໄດ້ຍົກໃຫ້ເຫັນຢ່າງເດັ່ນຊັດຄວາມເກັ່ງກ້າສາມາດ, ບຸກຄະລິກກະພາບ ແລະ ຜົນສະທ້ອນຂອງພົນເອກຫວໍງວຽນຢາບ ທີ່ມີຕໍ່ການປະຕິວັດ ຫວຽດນາມ ເວົ້າສະເພາະ ແລະ ຂະບວນການປົດປ່ອຍຊາດຂອງປະຊາຊົນ ຜູ້ຖືກກົດຂີ່ຂູດຮີດໃນໂລກເວົ້າລວມ. ບັນດາບົດຂຽນກໍຊີ້ໃຫ້ເຫັນນ້ຳໃຈຄວາມຮັກແພງ, ຄວາມເຄົາລົບນັບຖືຕໍ່ຄວາມປີຊາສາມາດ, ບຸກຄະລິກກະພາບຂອງພົນເອກ, ເໝືອນດັ່ງຜູ້ຄົນທີ່ຍິ່ງໃຫຍ່ຂອງໂລກ, ເຖິງວ່າເປັນຄົນລຽບງ່າຍ, ຄ່ຽມຄົມກໍ່ຕາມ ແຕ່ຍາມໃດກໍຢຶດໝັ້ນ ແລະ ສຸດຈິດສຸດໃຈກັບພາລະກິດແຫ່ງການປົດປ່ອຍຊາດຂອງ ຫວຽດນາມ ເວົ້າສະເພາະ ແລະ ປະຊາຊົນຜູ້ຖືກກົດຂີ່ຂູດຮີດໃນໂລກເວົ້າລວມ ໃນນັ້ນ ມີປະຊາຊົນ ອານເຊຣີ. ເນື່ອງໃນໂອກາດນີ້, ສື່ມວນຊົນ ອານເຊຣີ ຍັງໃຫ້ຂ່າວກ່ຽວກັບເຫດການ ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ຈັດງານວາງສະແດງພາບຖ່າຍ ແລະ ເອກະສານປະຫວັດສາດກ່ຽວກັບພົນເອກ ຫວໍງວຽນຢາບ ແລະ ຢັ້ງຢືນວ່າ ນີ້ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນ ຍ້ອງຍໍສັນລະເສີນບັນດາການປະກອບສ່ວນຂອງເພິ່ນ ທີ່ມີຕໍ່ຂະບວນການປົດປ່ອຍໃນທົ່ວໂລກ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ