ໜັງສືພິມຕ່າງປະເທດຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປິ່ວປົວກອບກູ້ຊີວິດຜູ້ຕິດເຊື້ອໂຄວິດ-19 ຊາວອັງກິດ

(VOVWORLD) -ໜັງສືພິມຕ່າງປະເທດໄດ້ຮັບຮອງເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກູ້ຊີວິດຂອງນັກບິນຊາວອັງກິດ ທີ່ຖືກຕິດເຊື້ອໂຄວິດ- 19 (ຄົນເຈັບທີ 91 ຢູ່ຫວຽດນາມ).

ໜັງສືພິມຕ່າງປະເທດຮັບຮູ້ຄວາມມານະພະຍາຍາມຂອງຫວຽດນາມໃນການປິ່ວປົວກອບກູ້ຊີວິດຜູ້ຕິດເຊື້ອໂຄວິດ-19 ຊາວອັງກິດ - ảnh 1  ບັນດາທ່ານໝໍຫວຽດນາມ ພວມຫວັງວ່າ, ການຜ່າຕັດປ່ຽນປອດຈະສາມາດກູ້ເອົາຊີວິດຂອງຄົນເຈັບດັ່ງກ່າວ

(ພາບ: moh.gov.vn)

ມາຮອດຈຸດເວລານີ້, ຫວຽດນາມ ໄດ້ມີ 260/320 ຜູ້ຕິດໂລກລະບາດໂຄວິດ-19 ໄດ້ປະກາດປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍແລ້ວ, ບໍ່ມີຜູ້ເສຍຊີວິດ.

        ສຳນັກຂ່າວສານ Reuters (ອັງກິດ) ມີບົດໄຈ້ແຍກຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບວິວັດທະນາການປິ່ນປົວໃຫ້ແກ່ “ຄົນເຈັບ 91”, ໂດຍຂຽນວ່າ: ນັກບິນເພດຊາຍແມ່ນຄົນເຈັບໜັກທີ່ສຸດຢູ່ຫວຽດນາມ, ເຊິ່ງລັດຖະບານຫວຽດນາມ ພວມປິ່ນປົວໂດຍບໍ່ຄິດຄ່າ. ບົດຂຽນໄດ້ຢ້ຳຄືນອີກຄັ້ງໜຶ່ງວ່າ, ຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດເພື່ອກອບກູ້ເອົາຊີວິດໃຫ້ແກ່ນັກບິນອາຍຸ 43 ປີຄົນນີ້.

        ວິທະຍຸກະຈາຍສຽງແຫ່ງຊາດອາເມລິກາ (NPR) ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານຕໍ່ສູ້, ຕ້ານໂລກລະບາດໂຄວິດ- 19. ວິທະຍຸ NPR ກໍ່ເຕື້ອງເຖິງເລື່ອງ, ຊາວຫວຽດນາມ ໄດ້ບໍລິຈາກປອດໂດຍສະໝັກໃຈໃຫ້ແກ່ຊາວອັງກິດ. ບັນດາທ່ານໝໍຢູ່ນະຄອນໂຮ່ຈີມິນ ພວມມານະພະຍາຍາມທີ່ສຸດເພື່ອກອບກູ້ເອົາຊີວິດຂອງນັກບິນຊາວອັງກິດ ຄົນນີ້.

        ສ່ວນໜັງສືພິມ New York Times ໄດ້ຕິດຕາມຄວາມມານະພະຍາຍາມຂອງຫວຽດນາມ ໃນການປິ່ນປົວໃຫ້ນັກບິນຊາວອັງກິດ ຢ່າງໃກ້ຊິດ. ບັນດາທ່ານໝໍຫວຽດນາມ ພວມຫວັງວ່າ, ການຜ່າຕັດປ່ຽນປອດຈະສາມາດກູ້ເອົາຊີວິດຂອງຄົນເຈັບດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ