ໜັງສືພິມລັດເຊຍ ຕີລາຄາພື້ນຖານ ເສດຖະກິດຫວຽດນາມ


ໜັງສືພິມລັດເຊຍ ຕີລາຄາພື້ນຖານ ເສດຖະກິດຫວຽດນາມ - ảnh 1
(ພາບ: vietnamplus.vn)

(vovworld)– ໜັງສືພິມ​ຄວາມ​ຈິງ​ຂອງ​ລັດ​ເຊຍ​ ຫາ​ກໍ່​ລົງ​ພິມ​ບົດ​ຂຽນ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຈຸດ​ທີ່​ພົ້ນ​ເດັ່ນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ປີ 2014 ​ແລະ ຄວາມ​ຈຳ​ເປັນ​ຂອງ​ລັດ​ເຊຍ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ “ມັງກອນ​ໂຕ​ໃໝ່“ ຢູ່​ອາຊີ. ທີ່​ກອງ​ປະຊຸມ​ຂັ້ນສູງ​ອາຊີ​ຕາ​ເວັນ​ອອກ (AES) ຫາ​ກໍ່​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ Naypytaw ປະ​ເທດ​ມຽນມາ.  ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ໄດ້​ເຕື້ອງ​ເຖິງ​ຫວຽດນາມ ຄື​ດັ່ງ​ຕົວຢ່າງ​ທີ່​ດີເດັ່ນ, ຢັ້ງຢືນ​ວ່າ​ຖ້າ​ຫາກ​ຫວຽດນາມ ຮ່ວມ​ມື​ກັບ​ເຂດ​ການ​ຄ້າ​ເສລີ​ຂອງ​ສຳພັນ​ທະ​ມິດ​ພາສີ (ລວມມີ​ລັດ​ເຊຍ, ກາ​ຊັກ​ສະຖານ ​ແລະ ​ເບ​ລາຣຸດ) ສຳ​ເລັດ, ບົດຮຽນ​ດັ່ງກ່າວ​ຈະ​ຖືກ​ເປີດ​ກ້ວາງ​ຢູ່​ບັນດາ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບົດ​ຂຽນ​ໃຫ້​ຮູ້​ວ່າ: ຕາມ​ການ​ຄາດ​ຄະ​ເນ​ຂອງ​ບັນດາ​ສະ​ຖາ​ບັນ​ຄົ້ນຄ້ວາ​ໃຫ່ຍ​ໃນ​ໂລກ, ລະດັບ​ການ​ເຕີບ​ໂຕ​ຈີ​ດີ​ພີ​ຂອງ​ຫວຽດນາມ ອາດ​ຈະ​ບັນລຸ​ໄດ້ 6% ​ໃນ​ປີ 2015 ​ແລະ 7% ​ໃນ​ໄລຍະ 2016-2017. ດ້ວຍ​ທ່າ​ໄດ້​ປຽບ​ດັ່ງກ່າວ, ລັດ​ເຊຍ​ຈະ​ມີ​ປະ​ໂຫຍ​ດຂະນະ​ທີ່​ເປີດ​ກ້ວາງ​ການ​ພົ​ວພັນ​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ-​ປາຊີ​ຟິກ ຊື່​ງປະຈຸ​ບັນ​ພວມ​ມີ​ລະດັບ​ການ​ພັດທະນາ​ເສດຖະກິດ​ສູງ./.

ຂ່າວ/ບົດ​ອື່ນ