ໜັງສືພິມລາວ ຕີລາຄາກ່ຽວກັບ ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ

ໜັງສືພິມລາວ ຕີລາຄາກ່ຽວກັບ ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ
ພົບປະກັບທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟຸ໋ຈ້ອງ
(ພາບ: vietnam.vnanet.vn)


(vovworld) -     ​ ​ວັນ​ທີ 31/12, ບັນດາ​ໜັງສື​ພິມ ແລະ ສື່​ມວນ​ຊົນລາວ ສືບ​ຕໍ່​ໃຫ້ຂ່າວກ່ຽວ​ກັບໝາກຜົນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ​ລາວ, ​ໃນ​ລະຫວ່າງ​ວັນ​ທີ 26 – 28/12. ​ເນື້ອ​ໃນ​ຂອງ​ບັນດາ​ບົດນັງສື​ພິມໄດ້​ຍ້ອງຍໍ​ສັນລະ​ເສີນບັນດາ​ຜົນງານ​ຜົ້ນ​ເດັ່ນເຊິ່ງຫວຽດນາມ ບັນລຸ​ໄດ້ກໍ​ຄື​ການ​ພັດທະນາ​ທີ່​ທັນ​ສະ​ໄໝ ​ແລະ ວ່ອງ​ໄວ​ຂອງ​ຫວຽດນາມ ​ເຊິ່ງ ລາວ ສາມາດ​ຖອກ​ຖອນ​ເປັນ​ບົດຮຽນຕ່າງໆ​ໄດ້. ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາວ ​ແມ່ນ​ສະ​ແດງ​ປະກົດ​ການທີ່ມີ​ຊີວິດ​ຊີວາ​ທີ່​ສຸດ ກ່ຽວ​ກັບນ້ຳ​ໃຈ​ສາມັກຄີສະໜິດ​ຕິດ​ພັນ​ຂອງ​ຫວຽດນາມ ​ແລະ ລາ. ຕາມ​ບັນດາ​ໜັງ​ສື່​ພິມຂອງ​ລາວ​ແລ້ວ, ປີສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ ​ໄດ້​ອັດ​ລົງ, ​ແຕ່​ນັ້ນ​ແມ່ນ​ບາດກ້າວ​​ເພື່ອຊຸກຍູ້​​ໃຫ້ອະນາຄົດຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ປີສາມັກຄີ 2012 ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ເຂົ້າ​ໃນ​ການ​ສຶກສາລຸ້ນຕ່າງໆ​ມີ​ຄວາມເຂົ້າ​ໃຈ ​ແລະ ບໍ່​ອາດ​ຫຼົງ​ລືມຄູນ​ຄ່າ​ຂອງ​ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ​ ໄດ້. ບັນດາ​ສື່​ມວນ​ຊົນ​ລາວ ຖື​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ​ລາວ ສືບ​ຕໍ່​ເປີດ​ສັງກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງປະ​ເທດ. ບັນດາ​ສື່​ມວນ​ຊົນ​ຂອງ​ລາວ ກໍ​​ໃຫ້​ຂ່າວລະອຽດ​ບັນດາເນື້ອ​ໃນ​ການ​ຮ່ວມ​ມື​​ໃນ​ຕໍ່ໜ້າ ​ເຊິ່ງບັນດາ​ການ​ນຳ​ຫວຽດນາມ ​ແລະ ລາວ ​ໄດ້​ເປັນ​​ເອກະພາບ​ນຳ​ກັນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ ​ແລະ ລັດ​ລາວ ທີ່​ຜ່ານ​ມາ.

ຂ່າວ/ບົດ​ອື່ນ