ໜັງສືພິມອັງກິດຢືນຢັນວ່າ ໂລກລະບາດໂຄວິດ-19 ບໍ່ອາດກົດໜ່ວງພື້ນຖານເສດຖະກິດຫວຽດນາມ

(VOVWORLD) -ເລື່ອງເປີດປະຕູດ້ານການຄ້າ ແລະ ການລົງທຶນໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນຕາໂສ້ສຳຄັນໃນລະບົບສະໜອງ, ສ້າງເງື່ອນໄຂໃຫ້ການເຕີບໂຕຢ່າງແຮງ ແລະ ຍາວນານ.
ໜັງສືພິມອັງກິດຢືນຢັນວ່າ ໂລກລະບາດໂຄວິດ-19 ບໍ່ອາດກົດໜ່ວງພື້ນຖານເສດຖະກິດຫວຽດນາມ - ảnh 1(ພາບປະກອບ: TTXVN)

ຫວ່າງແລ້ວນີ້, ເວັບໄຊ economist.com ໃຫ້ຂໍ້ສັງເກດວ່າ, ເລື່ອງເຊື່ອມໂຍງເຂົ້າກັບສາກົນດ້ວຍພື້ນຖານຜະລິດທົ່ວໂລກໄດ້ຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມ ຍາມໃດກໍ່ເຄື່ອນໄຫວໃນສະພາບເກີດໂລກລະບາດໂຄວິດ-19. ບົດຂຽນໄດ້ເນັ້ນໜັກວ່າ, ໂດຍບໍ່ຫົວຊາຕໍ່ການແຜ່ລະບາຂ້ອງໂລກລະບາດໂຄວິດ-19 ໃນປະຈຸບັນ, ປີ 2021, ລະດັບເຕີບໂຕຂອງຫວຽດນາມ ຍັງໄດ້ຮັບການຄາດຄະເນວ່າຈະສາມາດບັນລຸອັດຕາສູງກວ່າ. ໃນນັ້ນ, ຕາມການຄາດຄະເນຫຼ້າສຸດຂອງທະນາຄານໂລກ (WB) ແລ້ວ, ການເຕີບໂຕຂອງປີ 2021 ຢູ່ໃນລະດັບ 4,8%.

        ຕາມຜູ້ຂຽນແລ້ວ, ເລື່ອງເປີດປະຕູດ້ານການຄ້າ ແລະ ການລົງທຶນໄດ້ຊ່ວຍໃຫ້ຫວຽດນາມ ກາຍເປັນຕາໂສ້ສຳຄັນໃນລະບົບສະໜອງ, ສ້າງເງື່ອນໄຂໃຫ້ການເຕີບໂຕຢ່າງແຮງ ແລະ ຍາວນານ. The Economist ໃຫ້ຂໍ້ສັງເກດວ່າ, ເຖິງວ່າຫວຽດນາມ ພວມປະເຊີນໜ້າກັບໂລກລະບາດໂຄວິດ-19 ກໍ່ຕາມ, ແຕ່ຍັງສາມາດປະເອີບໃຈກ່ຽວກັບປະເທດທີ່ເບິ່ງຄືວ່າພວມຢູ່ໃນໄລຍະເບື້ອງຕົ້ນຂອງການປ່ຽນແປງທາງດ້ານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ