ໜັງສືພິມເຊັກໂກຍ້ອງຍໍຜົນງານ30ປີແຫ່ງການປ່ຽນໃໝ່ຢູ່ຫວຽດນາມ

ໜັງສືພິມເຊັກໂກຍ້ອງຍໍຜົນງານ30ປີແຫ່ງການປ່ຽນໃໝ່ຢູ່ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ໜັງສື​ພິມ​​ເອ​ເລັກ​ໂຕ​ນິດ Parlamentnilisty.cz (ລັດຖະສະພາ) ຂອງ​ ສ.​ເຊັກ​ໂກ ຫາ​ກໍ່ສະ​ເໜີບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ “ບັນດາ​ຜົນງານ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ຢູ່ ຫວຽດນາມ”, ຂອງ​ນັກ​ຂ່າວ Pavel Herman, ຊຶ່ງ​ໄດ້ຍ້ອງຍໍ​ບັນດາ​ຜົນງາ​ນ ຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​ໃໝ່​ນັບ​ແຕ່​ປີ 1986 ມາ​ຮອດ​ປະຈຸ​ບັນ. ຕາມ​ບົດ​ຂຽນ​ແລ້ວ, ກອງ​ປະຊຸ​ມ​ໃຫຍ່​ຄັ້ງ​ທີ 6 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ປີ 1986 ມີ​ບົດບາດ​ສຳຄັນ​ປະຫວັດສາດ ​ໃນ​ວິວັດ​ການ​ພັດທະນາ​ຂອງ ຫວຽດນາມ ດ້ວຍ​ການກຳນົດທິດຈິນຕະນາການ​ໃໝ່ ​ໄດ້ໜູນໃຊ້​ໃນ​ພື້ນຖານ​ເສດຖະກິດ. ​ໃນ​ຕະຫລອດ​ວິວັດ​ການ 30 ປີ​​ແຫ່ງ​ການປ່ຽນ​ໃໝ່, GDP ​ເຕີບ​ໂຕສະ​ເລ່ຍ​ເກືອບ 7%, ​ໃນ​ນັ້ນ ພາຍຫລັງ 20 ປີ​ແຫ່ງ​ການ​ປ່ຽນ​ໃໝ່ ລະດັບ​ເຕີບ​ໂຕ​​ໄດ້ຂຶ້ນ​ເຖິງ 7,4%. ບົດ​ຂຽນ​ກໍ່​ຄັດ​ສະ​ເໜີການ​ຕີ​ລາຄາ​ຂອງ​ສະຫະ​ປະຊາ​ຊາດ, ຕາມ​ນັ້ນ​ແລ້ວ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ແຖວ​ໜ້າ​ໃນ​ໂລກ ທີ່​ປະສົບກັບ​ຜົນສຳ​ເລັດ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຕອບ​ສະໜອງ​ບັນດາ​ຄວາມ​ຮຽກຮ້ອງຕ້ອງການຂອງ​​ເປົ້າໝາຍ​ພັດທະນາ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ. ບົດ​ຂຽນ​ສະຫລຸບ​ບັນດາ​ຜົນງານ​ຂອງ​ນະ​ໂຍບາຍ​ປ່ຽນ​ໃໝ່​ໃນ 30 ປີຜ່ານມາ ສະ​ແດງ​ໃຫ້​ເຫັນ​ການ​ເລືອກ​ເຟັ້ນ ​ແລະ ຕັດສິນ​ຂອງ ຫວຽດນາມ ​ເດີນ​ຕາມ​ເສັ້ນທາງ​ປ່ຽນ​ໃໝ່​ແມ່ນ​ຖືກຕ້ອງ ​ແລ​ະ ​ເໝາະ​ສົມ.

ຂ່າວ/ບົດ​ອື່ນ