ໜັງສືພິມໃຫຍ່ຫຼາຍສະບັບຢູ່ກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງ

(VOVWORLD) -ໜັງສືພິມໃຫຍ່ຫຼາຍສະບັບຂອງກຳປູເຈຍ ໃນນັ້ນມີໜັງສືພິມ Phnom Penh Post, Khmer Times, Thmey Thmey ໄດ້ລົງພິມບັນດາບົດຂຽນກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ກຳປູເຈຍ ຂອງທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຟຸຈ້ອງ ໃນລະຫວ່າງວັນທີ 25 – 26 ກຸມພາ.

ໜັງສືພິມໃຫຍ່ຫຼາຍສະບັບຢູ່ກຳປູເຈຍໃຫ້ຂ່າວກ່ຽວກັບການຢ້ຽມຢາມຂອງທ່ານເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ.ຫວຽດນາມ ຫງວຽນຟຸຈ້ອງ

(ພາບປະກອບ)

ໜັງສືພິມ Phnom Penh Post ໄດ້ຄັດຄຳເວົ້າຂອງໂຄສົກລັດຖະບານກຳປູເຈຍ Phay Siphan ທີ່ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມທາງລັດຖະກິດດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ການຮ່ວມມືລະຫວ່າງຫວຽດນາມ - ກຳປູເຈຍ, ພິເສດແມ່ນການຮັກສາສະຖຽນລະພາບຢູ່ເຂດຊາຍແດນລະຫວ່າງ 2 ປະເທດ ດ້ວຍເລື່ອງປະຕິບັດການຂີດຂັ້ນປັກຫຼັກໝາຍຊາຍແດນທາງບົກໂດຍໄວ. ຕາມທ່ານແລ້ວ, ນີ້ແມ່ນຜົນງານທີ່ມີຄວາມໝາຍລະຫວ່າງ 2 ປະເທດ.

        ສ່ວນໜັງສືພິມ Khmer Times ກໍ່ໄດ້ເນັ້ນໜັກເຖິງການຢ້ຽມຢາມກຳປູເຈຍ ເມື່ອເດືອນ ກໍລະກົດ 2017 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ເມື່ອໂດຍທ່ານພ້ອມກັບທ່ານນາຍົກລັດຖະມົນຕີ Hun Sen ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານສຳຄັນ 5 ສະບັບ ເພື່ອແນໃສ່ເພີ່ມທະວີການພົວພັນ 2 ຝ່າຍໃນຫຼາຍຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ