ໜູນ​ຊ່ວຍ 29 ຂໍ້​ລິ​ເລີ່ມ​ຂອງ​ຊາວ​ໜຸ່ມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ

(VOVWORLD) -ຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາເປົ້າໝາຍຖືກຜົນກະທົບຫຼາຍ ຈາກໂລກລະບາດໂຄວິດ - 19. ຕໍ່ໜ້າສະພາບການດັ່ງກ່າວ, ສູນກາງຊາວໜຸ່ມ ໄດ້ສົມທົບກັບ ຄະນະຊາວໜຸ່ມ 3 ແຂວງ ເງະອານ, ຮ່າຕິງ ແລະ ກວາງຈິ ຜັນຂະຫຍານການໜູນຊ່ວຍຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດກັບຄືນເມືອປະເທດ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ໜູນ​ຊ່ວຍ 29 ຂໍ້​ລິ​ເລີ່ມ​ຂອງ​ຊາວ​ໜຸ່ມ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ - ảnh 1ການລົງນາມແບບທາງໄກໃນເອກະສານວ່າດ້ວຍການໜູນຊ່ວຍຂໍ້ລິເລີ່ມຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 

ວັນທີ 15 ກັນຍາ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບກອງທຶນປະຊາກອນ ສປຊ (UNFPA) ປະຈຳ ຫວຽດນາມ, ກະຊວງພາຍໃນ ໄດ້ລົງນາມແບບທາງໄກໃນເອກະສານວ່າດ້ວຍການໜູນຊ່ວຍຂໍ້ລິເລີ່ມຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຢູ່ 3 ແຂວງ ເງະອານ, ຮ່າຕິງ ແລະ ກວ໋າງຈິ. ພິທີລົງນາມ ແມ່ນນອນໃນໂຄງການຫຼຸດຜ່ອນຜົນກະທົບ ຈາກໂລກລະບາດຕໍ່ກຸ່ມປະຊາກອນທີ່ມີຄວາມສ່ຽງສູງ ໂດຍລັດຖະບານ ຍີ່ປຸ່ນ ອຸປະຖຳ ດ້ວຍການຊ່ວຍເຫຼືອດ້ານເຕັກນິກຈາກ UNFPA ປະຈຳ ຫວຽດນາມ.

ຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດ ແມ່ນໜຶ່ງໃນບັນດາເປົ້າໝາຍຖືກຜົນກະທົບຫຼາຍ ຈາກໂລກລະບາດໂຄວິດ - 19. ຕໍ່ໜ້າສະພາບການດັ່ງກ່າວ, ສູນກາງຊາວໜຸ່ມ ໄດ້ສົມທົບກັບ ຄະນະຊາວໜຸ່ມ 3 ແຂວງ ເງະອານ, ຮ່າຕິງ ແລະ ກວາງຈິ ຜັນຂະຫຍານການໜູນຊ່ວຍຊາວໜຸ່ມໄປອອກແຮງງານຢູ່ຕ່າງປະເທດກັບຄືນເມືອປະເທດ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19.

ຕາມນັ້ນແລ້ວ, ໂຄງການດັ່ງກ່າວ ຈະໃຫ້ການໜູນຊ່ວຍແກ່ 29 ຂໍ້ລິເລີ່ມກ່ຽວກັບການຫັນປ່ຽນວຽກເຮັດງານທຳ ສ້າງລາຍຮັບເພີ່ມ; ສະໜອງຄວາມຮູ້ກ່ຽວກັບສຸຂະພາບຈະເລີນພັນ, ທັກສະດຳລົງຊີວິດໃຫ້ແກ່ຊາວໜຸ່ມ. ໂຄງການມີຍອດມູນຄ່າປະມານ 2 ຕື້ດົ່ງ ເຊິ່ງຈະໄດ້ຜັນຂະຫຍາຍແຕ່ນີ້ຮອດທ້າຍເດືອນ ມີນາ 2022.

ທີ່ພິທີ, ທ່ານນາງ Naomi Kitahara ຫົວໜ້າຄະນະຜູ້ຕາງໜ້າ UNFPA ປະຈຳ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ UNFPA ປະຈຳ ຫວຽດນາມ ຈະສົມທົບກັບສູນກາງຊາວໜຸ່ມຢ່າງແໜ້ນແຟ້ນ ເພື່ອບໍ່ໃຫ້ຊາວໜຸ່ມ ຫວຽດນາມ ຄົນໃດຖືກປະໄວ້ຢູ່ເບື້ອງຫຼັງ ໃນວິວັດການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ