ໜ່ວຍປະຕິບັດງານພົບປະກ່ຽວກັບຢູແກຼນ ເຫັນດີສືບຕໍ່ຖອນອາວຸດ

ໜ່ວຍປະຕິບັດງານພົບປະກ່ຽວກັບຢູແກຼນ ເຫັນດີສືບຕໍ່ຖອນອາວຸດ - ảnh 1
(ພາບປະກອບ: TTXVN)

​(vovworld) – ຂໍ້​ຕົກລົງທີ່​ມີ​ລັກສະນະ​ຫຼັກການ​ກ່ຽວ​ກັບ​ເລື່ອງ​ຢຸດຕິ​ການ​ປະ​ທະ​ກັນຢູ່​ເຂດ ​Shirokino ​ແລະ ຖອນ​ອາ​ວຸດ ​ໄດ້​ຮັບ​ການ​ເຫັນ​ດີ​​ໃນ​ໜ່ວຍ​ແກ້​ໄຂ​ສະພາບ​ການ​ຢູ່​ຢູ​ແກຼນ ພາຍຫຼັງ​ການ​ປະຊຸມ​ຄັ້ງ​ທຳ​ອິດຂອງໜ່ວຍປະຕິບັດ​ງານ​, ຖືກ​ດຳ​ເນີນ​ແຕ່​ວັນ​ທີ 06 – 07/05. ຕາມ​ຜູ້ຕາງໜ້າ​ປະຈຳການ​ລັດ​ເຊຍ ຢູ່​ອົງການ​ປ້ອງ​ກັນ​ຄວາມ​ສະຫງົ​ບ ​ແລະ ຮ່ວມ​ມື​ເອີ​ລົບ (OSCE) ທ່ານ Andrey Kelin ​ແລ້ວ, 2 ໜ້າ​ທີ່​ດັ່ງກ່າວ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜ້າທີ່​ຕົ້ນ​ຕໍ່ຂອງໜ່ວຍ​ປະຕິບັດ​ງານ. ​ນັບແຕ່​ນີ້​ຮອດ​ທ້າຍ​ເດືອນ 05, ໜ່ວຍ​ປະຕິບັດ​ງານ​ຈະ​ວາງ​​​​ແຜນການ​ສຸດ​ທ້າຍ​ໃຫ້​ບັນຫາ​ຢຸດ​ຍິງ, ຖອນ​ອາ​ວຸດ, ກວດກາ​ຈຳນວນ​ອາວຸດ​ທີ່​ໄດ້​ຖອນ​ກ່ອນ​ນັ້ນ, ​ເພື່ອ​​ກ້າວ​ໄປ​ເຖິງ​ການ​​ເຮັດ​ໃຫ້​ສະພາບ​​ຢູ່​ເຂດ Shirokino ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ