ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ແຂວງ ນີງທ້ວນ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ

(VOVWORLD) - ຕາມແຫຼ່ງຂ່າວຈາກສະຫະກອນເຄື່ອງປັ້ນດິນເຜົາ ຈຳ ຢູ່ເບົ່າຈຸກ ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະຫະກອນ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 4.000 ເທື່ອຄົນ
ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ແຂວງ ນີງທ້ວນ ດຶງດູດແຂກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ - ảnh 1 ແຂກທ່ອງທ່ຽວຢູ່ ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ

ເລື່ອງຮັບຮອງສິລະປະໃນການຜະລິດເຄື່ອງປັ້ນດິນເຜົາ ທີ່ເປັນມູນເຊື້ອຂອງຊາວເຜົ່າ ຈຳ ຢູ່ໝູ່ບ້ານ ເບົ່າຈຸກ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງຊາດ ໄດ້ເຊີດຊູບັນດາຄຸນຄ່າວັດທະນະທຳບໍ່ເປັນວັດຖຸທີ່ເປັນເອກະລັກສະເພາະຢູ່ແຂວງນີງທ້ວນ, ພ້ອມທັງກໍ່ດຶງດູດແຂກທ່ອງທ່ຽວໄປຢ້ຽມຢາມໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ ນັບມື້ນັບເພີ່ມຂຶ້ນ.

        ຕາມແຫຼ່ງຂ່າວຈາກສະຫະກອນເຄື່ອງປັ້ນດິນເຜົາ ຈຳ ຢູ່ເບົ່າຈຸກ ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ສະຫະກອນ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 4.000 ເທື່ອຄົນ, ບັນລຸລາຍຮັບໄດ້ກ່ວາ 300 ລ້ານດົ່ງ. ມາຮອດປະຈຸບັນ, ສະຫະກອນມີ 30 ຄອບຄົວ ດ້ວຍແຮງງານ 150 ຄົນ, ຜະລິດສະເພາະເຄື່ອງປັ້ນດິນເຜົາ, ສະແດງສິລະປະໃນການຜະລິດເຄື່ອງປັ້ນດິນເຜົາດ້ວຍຜະລິດຕະພັນນັບໝື່ນໆຢ່າງເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ ຟູ໋ຫືວມີງທ້ວນ, ຫົວໜ້າສະຫະກອນຕາແສງເຄື່ອງປັ້ນດິນເຜົາ ຈຳຢູ່ເບົ່າຈຸກ ນີງທ້ວນ, ໃຫ້ຮູ້ວ່າ:

        “ປະຈຸບັນ, ພໍ່ແມ່ປະຊາຊົນພວມຜັນຂະຫຍາຍ, ມຸ່ງໄປເຖິງການາງໝູ່ບ້ານອາຊີບ ທີ່ມີລັກສະນະທ່ອງທ່ຽວ. ດັ່ງນັ້ນ, ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເຖິງບັນຫາຮັກສາສິ່ງແວດລ້ອມ. ໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະມີບັນດາລາຍການເຂົ້າຢ້ຽມຊົມຕົວຈິງຢູ່ບັນດາເຂດຜະລິດເຄື່ອງປັ້ນດິນເຜົາ.”

ຕອບກັບ

ຂ່າວ/ບົດ​ອື່ນ